ການວາງລະເບີດອັນ ນອງເລືອດຢູ່ອີຣັກ


ການວາງລະເບີດອັນ ນອງເລືອດຢູ່ອີຣັກ - ảnh 1

(ພາບ: AFP/TTXVN)

(vovworld)- ການວາງ​ລະ​ເບີດ​ໃສ່​ລົດ​ໂອ​ໂຕ​ຄັ້ງຕ່າງໆ​ເມື່ອວັນ​ທີ 20/1​ ໄດ້​ເຮັດ​ໃຫ້​ນະຄອນຫຼວງ​ແບກ​ແດດ ​ແລະ ບັນດາ​ເຂດ​ອ້ອມ​ແອ້ມ​ຂອງ​ປະ​ເທດ​ອີຣັກ ຖືກ​ສັ່ນ​ສະ​ເທືອ​ນ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 18 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 40 ຄົນ​ຖືກ​ບາດ​ເຈັບ. ​ແຫຼ່ງຂ່າວ​ຈາກຕຳຫຼວດ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ​ເຫດ​ວາງ​ລະ​ເບີດ​ໃສ່​ລົດ​ໂອ​​ໂຕ 2 ຄັ້ງຢູ່​ເມືອງ Dura ທາງ​ທິດ​ໃຕ້ນະຄອນຫຼວງ​ແບກ​ແດດ ຊື່​ງ​ແມ່ນ​ແຫ່ງ​ມີ​ຊາວ​ມຸດ​ຊະ​ລິ​ມນິກາຍ​ຊັນ​ນີ ດຳລົງ​ຊີວິດ​ເປັນ​ຈຳນວນຫຼາຍ ​ໄດ້​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ ​ແລະ 15 ຄົນ​ຖືກ​ບາດ​ເຈັບ. ​ໃນ​ຂະນະ​ນັ້ນ, ຢູ່​ເມືອງ Jadidah, Hurriyah  ​ແລະ​ Bayaa ຊື່​ງ​ມີ​ຊາວ​ມຸດ​ຊະ​ລິ​ມ ນິກາຍ​ຊີ​ອະ ດຳລົງ​ຊີວິດ​ເປັນ​ສ່ວນ​ຫຼາຍ ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢ່າງ​ໜ້ອຍ​ສຸດ 3 ຄັ້ງ ​ແລະ​ ກໍ່​ຄວາມ​ບາດ​ເຈັບ​ລົ້ມຕາ​ຍຫຼວງ​ຫຼາຍ. ປະຈຸ​ບັນ, ບໍ່​ທັນ​ມີ​ກຸ່ມ​ໃດ​ກ່າວ​ຮັບຜິດຊອບັນດາ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ ​ແຕ່​ພວກ​ທະຫານ​ກະບົດ​ຊາວ​ຊັນ​ນີ ອາດ​ຈະ​ມີ​ການ​ພົວພັນ​ກັບ​ເຄືອຂ່າຍ​ກໍ່​ການ​ຮ້າຍ​ອານ​ເກ​ດາ ຊື່​ງ​ເຄີຍປະຕິບັດ​ການ​ວາງ​ລະ​ເບີດ​ຄັ້ງຕ່າງໆ ​ແນ່​ໃສ່​ສາມັນ​ຊົນ​ຢູ່ນະຄອນຫຼວງ​ແບກ​ແດດ./.

ຂ່າວ/ບົດ​ອື່ນ