(vovworld)- ຕາມກົມໃຫຍ່ພາສີຫວຽດນາມແລ້ວ, ໃນ 8 ເດືອນຜ່ານມາ ການສົ່ງອອກຂອງຫວຽດນາມ ສືບຕໍ່ບັນລຸກວ່າ 106 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂທລະສັບ ແລະ ເຄື່ອງອາໄຫລ່ສືບຕໍ່ແມ່ນປະເພດສິນຄ້າມີວົງເງິນສົ່ງອອກນຳຫນ້າ ດ້ວຍມູນຄ່າສົ່ງອອກບັນລຸເກືອບ 2,8 ຕື້ USD, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ເດືອນກ່ອນ. ຖັດມາແມ່ນເຄື່ອງຕ່ຳແຜ່ນຕັດຫຍິບ, ເກີດຫນັງ, ຄອມພິວເຕີ, ນ້ຳມັນດິບ, ສິນໃນນ້ຳ… ກ່ຽວກັບຕະຫລາດສົ່ງອອກ, ອາເມລິກາ ສືບຕໍ່ແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ດ້ວຍວົງເງິນບັນລຸກວ່າ 22 ຕື້ USD, ຖັດມາແມ່ນ ສະຫະພາບເອີລົບ, ອາຊຽນ, ຈີນ, ສເກົາຫລີ, ຍີ່ປຸ່ນ.