ການສົ່ງອອກຜະລິດຕະພັນກະເສດເຄື່ອງປ່າຂອງດົງສິນໃນນ້ຳ10ເດືອນບັນລຸ26ຕື້USD
(ພາບປະກອບ)
(vovworld)- ຕາມ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ວົງເງິນການຄ້າສົ່ງອອກ ຜະລິດຕະພັນກະເສດເຄື່ອງປ່າຂອງດົ່ງ, ສິນໃນນ້ຳ ຂອງທົ່ວປະເທດ ໃນເດືອນ 10 ບັນລຸໄດ້ 2,75 ຕື້ USD, ນຳຍອດມູນຄ່າການສົ່ງອອກ 10 ເດືອນ ປີ 2016 ບັນລຸ 26,4 ຕື້ USD, ເພີ່ມຂື້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພີ່ມຂື້ນແຮງທີ່ສຸດແມ່ນ ຂະແໜງສິນຄ້າກາແຟ, ເພີ່ມຂື້ນເຖິງກ່ວາ 40% ກ່ຽວກັບປະລິມານ ແລະ ເພີ່ມຂື້ນກ່ວາ 25% ກ່ຽວກັບມູນຄ່າ ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີ 2015. ການສົ່ງອອກສິນໃນນ້ຳ ສືບຕໍ່ເປັນຈຸດພົ້ນເດັ່ນ ໃນການສົ່ງອອກຜະລິດຕະພັນກະເສດເຄື່ອງປ່າຂອງດົ່ງ, ສິນໃນນ້ຳ ດ້ວຍການປະກອບສ່ວນຫຼາຍສຸດ ໃນວົງເງິນການຄ້າຂະແໜງສົ່ງອອກ. ຕາມນັ້ນແລ້ວ, ມູນຄ່າການສົ່ງອອກສິນໃນນ້ຳ ໃນ 10 ເດືອນ ຜ່ານມາ ບັນລຸ 5,7 ຕື້ USD, ເພີ່ມຂື້ນເກືອບ 6% ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີ 2015