(ພາບ: congan.com.vn)
(vovworld)- ຕາມການລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ວົງເງິນສົ່ງອອກສິນໃນນ້ຳໃນເດືອນ 5/2013 ຄາດວ່າບັນລຸເກືອບ 500 ລ້ານ USD, ນຳມູນຄ່າການສົ່ງອອກໃນ 5 ເດືອນຕົ້ນປີ 2013 ບັນລຸກ່ວາ 2,2 ຕື້ USD. ວົງເງິນສົ່ງອອກເຂົ້າໃນຕະຫຼາດອາເມລິກາ, ຍີ່ປຸ່ນ, ສເກົາຫຼີ ບໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ໃນຂະນະນັ້ນ, ການສົ່ງອອກສິນໃນນ້ຳໄປຍັງຕະຫຼາດຈີນ ແລະ ໄທ ມີການເຕີບໂຕແຮງດ້ວຍລະດັບເພີ່ມຂຶ້ນແມ່ນ 41% ແລະ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ແລ້ວ, ເພື່ອຍູ້ແຮງວົງເງິນສົ່ງອອກສິນໃນນ້ຳໃນຊຸມເດືອນຈະມາເຖິງ, ຄວນຫລຸດບັນດາຄ່າໃຊ້ຈ່າຍໂດຍທາງອ້ອມ ແລະ ຄ່າບໍລິການ, ພ້ອມທັງຕ້ອງເອົາໃຈໃສ່ເຖິງຄຸນນະພາບຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ເປີດກ້ວາງຕະຫຼາດສົ່ງອອກ.