ການຮ່ວມມືພັດທະນາ ຫວຽດນາມ - ອິນເດຍ ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານໃນສະພາບການໃໝ່
(VOVWORLD) - “ການຮ່ວມມືພັດທະນາ ຫວຽດນາມ - ອິນເດຍ ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານໃນສະພາບການໃໝ່” ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດສາກົນ ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງໃນຕອນເຊົ້າວັນທີ 27 ພຶດສະພາ ຢູ່ ຮ່າໂນ້ຍ.
ທ່ານເອກອັກຄະລັດຖະທູດ ສ.ອິນເດຍ ປະຈຳ ຫວຽດນາມ Parvathaneni Harish (ພາບ: qdnd.vn) |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ໄຈ້ແຍກ, ຕີລາຄາບັນຫາຄວາມໝັ້ນຄົງດ້ານພະລັງງານໃນສະພາບການໃໝ່, ເປັນຕົ້ນແມ່ນດ້ວຍການກະທົບຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ບັນດາການເຈາະຈີ້ມໃຫ້ແກ່ນະໂຍບາຍຄວາມໝັ້ນຄົງດ້ານພະລັງງານໃໝ່ຂອງ ຫວຽດນາມ - ອິນເດຍ.
ກອງປະຊຸມສຳມະນາກໍ່ຮັບຮູ້ບັນດາຂໍ້ສະເໜີ, ມາດຕະການແກ້ໄຂ ແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ອິນເດຍ ກ່ວາອີກ ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານໃນສະພາບການໃໝ່, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.
ເມື່ອແບ່ງປັນຢູ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ສ.ອິນເດຍ ປະຈຳ ຫວຽດນາມ Parvathaneni Harish ເຊື່ອໝັ້ນວ່າ ຂົງເຂດການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານພະລັງງານລະຫວ່າງ 2 ປະເທດ ຈະນັບມື້ນັບພັດທະນາ, ພິເສດແມ່ນບັນດາໂຄງການພະລັງງານຜະລິດຄືນໃໝ່.