ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງ ປ້ອງກັນຄວາມສະຫງົບລາວ
ທ່ານປະທານປະເທດລາວ ຈູມມະລີ ໄຊຍະສອນ
ຕ້ອນຮັບທ່ານ ເຈິ່ນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ
(ພາບ: vietnamplus.vn)
(vovworld) - ຕອນບ່າຍວັນທີ 21/12, ຢູ່ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມະລີ ໄຊຍະສອນ ໄດ້ໃຫ້ການຕ້ອນຮັບທ່ານ ເຈິ່ນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມທີ່ພວມຢູ່ຢ້ຽມຢາມລາວ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມະລີ ໄຊຍະສອນ ຕີລາຄາສູງການຢ້ຽມຢາມລາວຂອງຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໃນສະພາບການທີ່ພັກ, ລັດຖະບານ, ແລະ ປະຊາຊົນສອງປະເທດພວມມີການເຄື່ອນໄຫວຫຼາຍຢ່າງເພື່ອຂໍ່ານັບຊົມເຊີຍປີແຫ່ງຄວາມສາມັກຄີ, ມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ. ສ່ວນທ່ານລັດຖະມົນຕີ ເຈິ່ນດ້າຍກວາງກໍ່ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດລາວຊາບ ກ່ຽວກັບຜົນຂອງການພົບປະ ແລະ ລົງນາມໃນບົດບັນທຶກການຮ່ວມມືໃນປີ 2013 ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ໃຫ້ຮູ້ວ່າ: ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວຈະຍູ້ແຮງການຮ່ວມມືໃນຫຼາຍດ້ານກວ່າອີກ ເພື່ອແນໃສ່ເພີ່ມທະວີການປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ. ທ່ານລັດຖະມົນຕີ ເຈິ່ນດ້າຍກວາງ ກໍ່ຢືນຢັນວ່າ, ກະຊວງຕຳຫຼວດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດບັນດາຂໍ້ຕົກລົງສອງຝ່າຍ, ສືບຕໍ່ຮັດແໜ້ນ ແລະ ປັບປຸງການພົວພັນຮ່ວມມືຢ່າງຮອບດ້ານ, ມີປະສິດທິຜົນກັບກະຊວງປ້ອງກັນຄວາມສະຫງົບລາວ.