ການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດ ນາມ -ສະຫະພັນລັດເຊຍ
(ພາບ: TTXVN)
(vovworld)- ວັນທີ 17/4, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະຜູ້ແທນກຳມາທິການວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ໂດຍທ່ານປະທານຟານຊວນຢຸງ ນຳໜ້າ ໄດ້ມີການພົບປະສົນທະນາກັບຄະນະຜູ້ແທນດູມາແຫ່ງຊາດລັດເຊຍ ໂດຍທ່ານປະທານກຳມາທິການພະລັງງານດູມາແຫ່ງຊາດລັດເຊຍ, ປະທານກຸ່ມ ສສຊ ມິດຕະພາບ ລັດເຊຍ-ຫວຽດນາມ Levchenko Sergey Georgievic ນຳໜ້າ. ສອງຝ່າຍເຫັນດີເປັນເອກະສັນວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາໃນບັນດາຂົງເຂດເຕັກໂນໂລຊີ, ສິ່ງແວດລ້ອມ. ສອງຝ່າຍກໍ່ຖືວ່າ: ຕ້ອງຕັ້ງໜ້າຜັນຂະຫຍາຍການຕິດຕາມກວດກາບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນກຳມາທິການ, ກຸ່ມ ສສຊ ມິດຕະພາບ, ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວລັດຖະສະພາ. ສອງຝ່າຍເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນເພື່ອຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືໃນແຕ່ລະປີທີ່ໄດ້ໃຫ້ຄຳໝັ້ນສັນຍາ, ແລກປ່ຽນບົດຮຽນນິຕິບັນຍັດ, ຕິດຕາມກວດກາບັນດາໂຄງການໃຫ່ຍ; ສົມທົບກັນສ້າງບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ./.