ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ສິງກາໂປ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກາໂປ ຫງວຽນຕ໋ຽນມິງ
(ພາບ: Lê Hải/Vietnam+)
|
(vovworld) – ເນື່ອງໃນໂອກາດປີໃໝ່ປີມະແມ 2015, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກາໂປ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກາໂປ ຫງວຽນຕ໋ຽນມິງ ໄດ້ຊີ້ແຈ້ງບັນດາຜົນງານພົ້ນເດັ່ນໃນການພົວພັນ ຫວຽດນາມ - ສິງກາໂປ ປີ 2014, ເຊິ່ງແມ່ນປີທຳອິດ 2 ປະເທດປະຕິບັດຂໍ້ຕົກລົງກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ, ກໍ່ຄືບັນດາການປະກອບສ່ວນບໍ່ແມ່ນໜ້ອຍຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກາໂປ ໃຫ້ແກ່ຜົນສຳເລັດຂອງປີຜ່ານມາ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ເສດຖະກິດການເປັນຈຸດພົ້ນເດັ່ນສຳຄັນໃນປີ 2014 ເມື່ອມູນຄ່າແລກປ່ຽນການຄ້າ 2 ຝ່າຍ ຫວຽດນາມ - ສິງກາໂປ ເພີ່ມຂຶ້ນ 20%. ປະຈຸບັນ, ສິງກາໂປ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 6 ຂອງ ຫວຽດນາມ. ໃນບັນດາຜົນງານທີ່ບັນລຸໄດ້ນັ້ນ ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກາໂປ ໄດ້ປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງ 2 ປະເທດ.
ທ່ານເອກອັກຄະລັດຖະທູດ ຫງວຽນຕ໋ຽນມິງ ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, ສະຖານທູດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບຄະນະຕິດຕໍ່ສື່ສານຊາວ ຫວຽດນາມ ເພື່ອມີການເຄື່ອນໄຫວຫຼາຍ, ເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສິງກາໂປ ນັບມື້ນັບສະໜິດຕິດພັນນຳກັນກ່ວາ ກໍ່ຄືເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຄົມ ແລະ ສະຖານທູດຫຼາຍກ່ວາອີກ.