ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
ພາບ:internet
|
(vovworld)- ສືບຕໍ່ການຢ້ຽມຢາມໄທຢ່າງເປັນທາງການ, ວັນທີ 27/6 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງໄດ້ໄປຢ້ຽມຢາມແຂວງ ນະຄອນ ພະນົມ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງໄດ້ໃຫ້ການຕ້ອນຮັບການນຳແຂວງ ນະຄອນ ພະນົມ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະຫນາຢາກແຂວງ ນະຄອນ ພະນົມຈະເພີ່ມທະວີການຮ່ວມມືກັບບັນດາແຂວງພາກກາງຫວຽດນາມ.
ແລະກໍ່ຢູ່ແຂວງດັ່ງກ່າວ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ ໄປ ຢ້ຽມຢາມຫໍອາໄລຫາປະທານໂຮ່ຈິມີນ, ໝູ່ບ້ານມິດຕະພາບ ໄທ ຫວຽດນາມ, ພົບປະໂອ້ລົມກັບພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ໄທ. ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ກັບຄືນເມືອປະເທດ ສິ້ນສຸດການຢ້ຽມຢາມລາຊະອານາຈັກໄທ ໃນເວລາ 3 ມື້ ຢ່າງຈົບງາມ. ສິ້ນສຸດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກສະແດງຄວາມຂອບອົກຂອບໃຈທ່ານນາງ ນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ.
ກ່ຽວຂ້ອງເຖິງການຢ້ຽມຢາມໄທຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ວັນທີ 27/6, ສື່ມວນຊົນຕ່າງໆຂອງໄທສືບຕໍ່ອອກຂ່າວ, ບົດວິຈານກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນການຢ້ຽມຢາມໄທຢ່າງເປັນທາງການ. ສື່ມວນຊົນໄທ ຕີລາຄາສູງການພົວພັນລະຫວ່າງຫວຽດນາມ ແລະ ໄທ ພວມພັດທະນາຢ່າງຈົບງາມ. ການຢ້ຽມຢາມໄທຄັ້ງນີ້ຂອງ ທ່ານເລຂາທິ ການໃຫຍ່ ຫງວຽນຟູຈ້ອງ ແມ່ນສັນຍາລັກກ່ຽວກັບລະດັບສູງໃຫມ່ຂອງການພົວພັນສອງຝ່າຍ ຫວຽດນາມ ແລະ ໄທ, ຊ່ວຍເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບແຫນ້ນແຟ້ນໃນອະນາຄົດ ພ້ອມທັງປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ໝັ້ນຄົງ.