ການເຄື່ອນໄຫວຕ່າງໆເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວປະຕິວັດ

(VOVWORLD) -ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຈັດຕັ້ງການພົບປະໂອ້ລົມກັບບັນດາທະຫານຍິງທີ່ເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດ ປີ 2019.
ການເຄື່ອນໄຫວຕ່າງໆເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວປະຕິວັດ - ảnh 1 (ພາບປະກອບ: TTXVN)

 ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 72 ປີ, ບັນດາອົງການຈັດຕັ້ງຕ່າງໆຂອງຫວຽດນາມ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊິວິດເພື່ອຊາດ ຄື: ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຈັດຕັ້ງການພົບປະໂອ້ລົມກັບບັນດາທະຫານຍິງທີ່ເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດ ປີ 2019. ນະທີ່ນີ້, ທ່ານນາງ ຫງວຽນທິທູຮ່າ ປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ ກໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ບັນດາຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ໃນນັ້ນມີບັນດາທະຫານຍິງທີ່ເສຍອົງຄະ ແລະ ເຈັບປ່່ວຍ. ພ້ອມທັງຢັ້ງຢືນວ່າ ໃນຊຸມປີຜ່ານມາ, ສະຫະພັນແມ່ຍິງຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລ ແລະ ປະຕິບັດວຽກງານສະແດງຄວາມຮູ້ບຸນຄຸນໄດ້ເປັນຢ່າງດີ. ຫວັງວ່າ ພວກແມ່, ອາ, ເອື້ອຍຈະມີຊີວິດທີ່ມີຄວາມຜາສຸກກວ່າ ແລະ ສືບຕໍ່ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ຄົນລຸ້ນໜຸ່ມໃນຍຸກປັດຈຸບັນ; ສ່ວນຢູ່ແຂວງຮ່າຢາງ ຂອງຫວຽດນາມ ກົມສື່ມວນຊົນຕໍາຫຼວດປະຊາຊົນ ສັງກັດ ກະຊວງຕໍາຫຼວດຫວຽດນາມ ໄດ້ສົມທົບກັບຕໍາຫຼວດແຂວງຮ່າຢາງ ຈັດຕັ້ງລາຍການທີ່ມີີຊື່ວ່າ “ການສະແດງຄວາມຮູ້ບຸນຄຸນ” ດ້ວຍການເຄື່ອນໄຫວອັນແທດຈິງຫຼາຍຢ່າງ ໃນວັນຄືວັນທີ 23 – 24 ກໍລະກົດ. ນອກຈາກນັ້ນ, ໃນວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ກໍໄດ້ສົມທົບກັບ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງລາຍການພົບປະສັງສັນລະຫວ່າງຄົນລຸ້ນໜຸ່ມກັບທະຫານເສຍອົງຄະດີເດັ່ນທົ່ວປະເທດ 400 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ