ສູນ ICISE ຢູ່ບິງດິ້ງ
(ພາບ:skhcnbinhdinh.gov.vn)
(vovworld)- ໃນຂອບເຂດງານພົບປະຫວຽດນາມ 2013, ວັນທີ 12/8, ຢູ່ນະຄອນກຸຍເຍິນ, ສະມາຄົມພົບປະຫວຽດນາມ ແລະ ແຂວງບິ່ງດິ້ງ ໄດ້ຈັດພິທີເປີດສະຫຼອງ ແລະ ນຳສູນວິທະຍາສາດ-ການສຶກສາສາກົນລະຫວ່າງຂະແໜງ (ICISE) ເຂົ້າເຄື່ອນໄຫວຢ່າງເປັນທາງການ. ສູນ ICISE ໄດ້ຮັບການກໍ່ສ້າງໃນເນື້ອທີ່ທັງໝົດກ່ວາ 18 ແຮັກຕາ ດ້ວຍຍອດຈຳນວນເງິນລົງທຶນເກືອບ 2 ລ້ານ USD ຈະແມ່ນແຫ່ງເພື່ອໃຫ້ບັນດານັກວິທະຍາສາດຈາກທຸກແຖບຖິ່ນໃນໂລກສາມາດເຕົ້າໂຮມກັນເພື່ອຄົ້ນຄ້ວາວິທະຍາສາດ.
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍິນ ເນັ້ນໜັກວ່າ: ໃນຍຸດທະສາດພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຮອດປີ 2020, ລັດຖະບານຫວຽດນາມ ຢືນຢັນວ່າ: ການພັດທະນາວິທະຍາສາດ ເຕັກໂນໂລຊີ ພ້ອມກັບການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍອັນດັບ 1, ແມ່ນກຳລັງໜູນເພື່ອພັດທະນາປະເທດຊາດຢ່າງໄວວາ ແລະ ໝັ້ນຄົງ.
ພາຍຫລັງພິທີເປີດສະຫຼອງສູນວິທະຍາສາດ-ການສຶກສາສາກົນລະຫວ່າງຂະແໜງ (ICISE) ຢູ່ນະຄອນກຸຍເຍິນ ແຂວງບິງດິ້ງ, ຄະນະຈັດຕັ້ງງານພົບປະຫວຽດນາມ ຄັ້ງທີ 9 ປີ 2013 ໄດ້ໄຂກອງປະຊຸມວິທະຍາສາດສາກົນຫົວຫົວເລື່ອງ “ປ່ອງຢ້ຽມເພື່ອສັງເກດອາວະກາດ“ ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງນັກວິທະຍາສາດທີ່ມີຊື່ສຽງພາຍໃນ ແລະ ຕ່າງປະເທດກ່ວາ 200 ທ່ານ, ໃນນັ້ນນັກບາດ 5 ທ່ານໄດ້ຮັບລາງວັນໂນແບນ.