( ພາບ: baodientu.chinhphu.vn )
(vovworld) - ວັນທີ 4/3, ຢູ່ເມືອງບາດຊາດ, ແຂວງລາວກາຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງພິທີຜັນຂະຫຍາຍການປະຕິບັດເດືອນຊາວໜຸ່ມ 2012. ກ່າວຄວາມເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໝາຍໜ້າທີ່ໃຫ້ຊາວໜຸ່ມໃນທົ່ວປະເທດ ຕ້ອງເສີມຂະຫຍາຍບົດບາດປະຈັນບານໃນທຸກຂົງເຂດ, ໃນນັ້ນ, ໜ້າທີ່ຈຸດສຸມແມ່ນຕ້ອງນຳໜ້າໃນການປະຕິບັດໂຄງການຈຸດໝາຍແຫ່ງຊາດວ່າດ້ວຍການກໍ່ສ້າງຊົນນະບົດໃໝ່ຢ່າງມີໄຊ.
ໃນເດືອນຊາວໜຸ່ມ, ຊາວໜຸ່ມແຂວງ ລາວກາຍ ໄດ້ສຸມໃສ່ບັນດາເນື້ອໃນສຳຄັນຄື: ກໍ່ສ້າງພື້ນຖານໂຄງລ່າງ, ກໍ່ສ້າງເສັ້ນທາງຄົມມະນາຄົມຢູ່ເຂດຊົນນະບົດ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ຫໍວັດທະນະທຳບ້ານ, ບ່ອນດຳເນີນຊີວິດ, ລະຫຼິ້ນໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ປູກປ່າ…
ກ່ອນໜ້ານັ້ນ, ວັນທີ 3/3, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງກວາງຫງາຍ ໄດ້ຈັດພິທີຕອບສະໜອງເດືອນຊາວໜຸ່ມປີ 2012 ດ້ວຍຫົວຂໍ້ວ່າ ”ຊາວໜຸ່ມກວາງຫງາຍຮ່ວມແຮງຮ່ວມໃຈເພື່ອວົງຄະນາຍາດ, ກໍ່ສ້າງຊົນນະບົດໃໝ່”. ໃນວັນດຽວກັນ, ຢູ່ເມືອງເຈືອງມີ, ຮ່າໂນ້ຍ, ກໍ່ຈັດຕັ້ງພິທີຜັນຂະຫຍາຍການປະຕິບັດເດືອນຊາວໜຸ່ມ 2012 ເຊັ່ນດຽວກັນ. ວັນທີ 3/3, ຢູ່ໂຮງຮຽນວິທະຍາໄລເສດຖະກິດ-ອຸດສາຫະກຳຮ່າໂນ້ຍ, ກໍ່ຈັດພິທີຜັນຂະຫຍາຍການປະຕິບັດເດືອນຊາວໜຸ່ມ 2012 ດ້ວຍຫົວຂໍ້ວ່າ ”ຮ່ວມແຮງຮ່ວມໃຈດຳເນີນງານເພື່ອຄວາມສີວິໄລໃນເຂດຕົວເມືອງ”