(vovworld) - ຕອນເຊົ້າວັນທີ 8/6, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ມີການເຈລະຈາກັບປະທານປະເທດ ຈີນ ສືຈິ້ນຜິງ ຢູ່ເຂດພັກຜ່ອນ Sunny lands, ໃກ້ກັບນະຄອນ Los Angeles, ລັດ California ທາງທິດຕາເວັນຕົກ ອາເມລິກາ. ນີ້ແມ່ນການພົບປະເປັນຄັ້ງທຳອິດລະຫວ່າງ 2 ການນຳນັບແຕ່ເມື່ອທ່ານ ສຶຈິ້ນຜິງ ໄດ້ຂຶ້ນກຳອຳນາດເປັນການນຳສູງສຸດຂອງ ຈີນ ແລະ ທ່ານປະທານາທິບໍດີ Obama ໄດ້ຮັບການເລືອກຕັ້ງອາຍຸການທີ 2 ຄືນໃໝ່. ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ດຳເນີນການເຈລະຈາ, ທ່ານ ປະທານາທິບໍດີ Obama ໃຫ້ຮູ້ວ່າ: ການຕັດສິນພົບປະພາຍຫຼັງທ່ານປະທານປະເທດ ຈີນ ສຶຈິ້ນຜິງ ຂຶ້ນກຳອຳນາດ ສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນ ອາເມລິກາ - ຈີນ. ທ່ານປະທານາທິບໍດີ Obama ຊົມເຊີຍການຟື້ນຕົວຂຶ້ນຂອງປະເທດ ຈີນ ສັນຕິພາບ ແລະ ເດີນຕາມລະບຽບການເສດຖະກິດເຊິ່ງຢູ່ນັ້ນທຸກໆປະເທດລ້ວນແຕ່ “ປະຕິບັດຕາມກົດລະບຽບດຽວ”. ທ່ານປະທານາທິບໍດີ Obama ຮັບຮູ້ວ່າ “2 ປະເທດມີບັນດາຂົງເຂດທີ່ເຄັ່ງຕຶງຢ່າງຈະແຈ້ງ”, ແຕ່ຮ່ວມມືນຳກັນແມ່ນເພື່ອຜົນປະໂຫຍດຂອງທັງ 2 ປະເທດ. ສ່ວນທ່ານປະທານປະເທດ ຈີນ ສຶຈິ້ນຜິງ ໃຫ້ຮູ້ວ່າ: 2 ປະເທດພ້ອມກັນມີຄວາມສົນໃຈຕົ້ນຕໍ່, ແຕ່ຊຸກຍູ້ການພັດທະນາເສດຖະກິດຂອງແຕ່ລະປະເທດ, ຟື້ນຟູການເຕີບໂຕເສດຖະກິດໂລກ ຕະຫຼອດຮອດການແກ້ໄຂບັນດາບັນຫາຮ້ອນເຮັ່ງຂອງພາກພື້ນ ແລະ ສາກົນ, ຮັບມື້ກັບບັນດາການທ້າທາຍທົ່ວໂລກ.