ການເຈລະຈາດ້ານປ້ອງກັນຄວາມສະຫງົບປາກິດສຖານ-ອີນເດຍຖືກປະລະໄຊ

ການເຈລະຈາດ້ານປ້ອງກັນຄວາມສະຫງົບປາກິດສຖານ-ອີນເດຍຖືກປະລະໄຊ - ảnh 1
(ພາບປະກອບ: AFP/ TTXVN)

(vovworld) – ວັນ​ທີ 22/08, ກະຊວງ​ການ​ຕ່າງປະ​ເທດ​​ປາ​ກິດສຖານ ​ໄດ້​ປະກາດ​ລົບ​ລ້າງການ​ເຈລະຈາ​ຂັ້ນ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົ​ບ (NSA) ກັບ​ອີນ​ເດຍ, ຊຶ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ​ 24/08, ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນຫາກ່ຽວຂ້ອງ​ເຖິງ​ການກໍ່​ການ​ຮ້າ​ຍ. ກໍ​ຕາມ​ກະຊວງ​ດັ່ງກ່າ​ວ​ແລ້ວ, ຈຸດໝາຍ​ຂອງ​ການ​ເຈລະຈາ​ລະຫວ່າງປາ​ກິດສຖານ - ອີນ​ເດຍ ​ແມ່ນ​​ເພື່ອຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ຟື້ນ​​ຟູ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ, ຊຶ່ງ​ແມ່ນບາດກ້າວ​ທຳທິດ​ໃນ​ການ​ຫັນ​ການ​ພົວພັນ​ເປັນ​ປົກ​ກະຕິ. ຖ້າ​​ປຶກສາ​ຫາລື​ພຽງບັນຫາ​ກໍ່ການ​ຮ້າຍ ​ແທນ​ທີ​ປົວ​​ແປງ​​ແງ່​ຫວັງ​ສັນຕິພາບ, ການ​ເຈລະຈາ​ພຽງ​​ແຕ່ສົ່ງ​ຜົນ​ສະທ້ອນ​ທີ່​ຫຍໍ້​ທໍ້ເຖິງບັນຍາກາດ​​ເທົາ​ນັ້ນ. ຂໍ້​ຕົກລົງ​ນີ້ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ອີ​ນ​ເດຍ ຢືນຢັນ​ຈະ​ລົບ​ລ້າງການ​ເຈລະຈາ ຖ້າຫາກ​ປາ​ກິດສຖານ ຮຽກຮ້ອງ​ປຶກສາ​ຫາລື​ບັນຫາ Kashmir… ນີ້​ແມ່ນ​ຄັ້ງ​ທີ 2 ​ໃນ​ຮອບ​ເວລາ 1 ປີ ບັນດາ​ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ຖືກ​ລົບ​ລ້າງຍ້ອນ​ບັນຫາ Kashmir.

ຂ່າວ/ບົດ​ອື່ນ