ການເຈລະຈາຜ່ານເຄື່ອ ຄ່າຍອີນເຕີແນັດກ່ຽວກັບ ການລົງທຶນ ແລະ ພັດທະນາເຂດເສດຖະກິດ ຢຸງກວດ

ການເຈລະຈາຜ່ານເຄື່ອ ຄ່າຍອີນເຕີແນັດກ່ຽວກັບ ການລົງທຶນ ແລະ ພັດທະນາເຂດເສດຖະກິດ ຢຸງກວດ - ảnh 1
( ເຂດເສດຖະກິດຢຸງກວດ )

(Duc)       ການ​​ເຈລະຈາ​​ຜ່ານ​ເຄື່ອຄ່າ​ຍອີນ​ເຕີ​ແນັດ​ກ່ຽວ​ກັບ​ການ​ລົງທຶນ ​ແລະ ພັດທະນາ​ເຂດ​ເສດຖະກິດ ຢຸງກວດ

(vovworld) -     ຕອນ​ເຊົ້າ​ວັນ​ທີ 12/8, ປະ​ຕູຖານ​ຂໍ້​ມູນ​ລັດຖະບານ ​ໄດ້​ສົມທົບ​ກັບ​ສູນໂທລະພາບ​ຫວຽດນາມ ຢູ່​ດາ​ນັ້ງ ​ແລະ ສະຖານີວິທະຍຸ​ກະຈາຍສຽງ​ໂທລະພາບ​ ​ແຂວງກວາງ​ຫງ້າຍ ​ໄດ້​ຈັດການ​ເຈລະຈາໂດຍ​ກົງຜ່ານ​ເຄື່ອຄ່າ​ຍອີນ​ເຕີ​ແນັດ​ກ່ຽວ​ກັບຫົວ​ຂໍ້​ທີ່​ວ່າ “ການ​ລົງທຶນ ​ແລະ ພັດທະນາ​ເຂດ​ເສດຖະກິດ ຢຸງກວດ” ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຫງ້າ​ຍ, ຜູ້ຕາງໜ້າ​ບັນດາ​ກະຊວງ​ທີ່​ກ່ຽວ​ຂ້ອງ. ດ້ວຍ​​ເວລາ ກວ່າ 1 ຊົ່ວ​ໂມງ, ບັນດາ​ແຂກ​ຖືກ​ເຊີນ ​ໄດ້​ຊີ້​ແຈ້ງ​ບົດບາດ ​ແລະ ຄວາມ​ໝາຍ​ຂອງ​ເຂດ​ເສດຖະກິດ​ຢຸງກວດ ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ເຂດ. ພາຍຫຼັງ 16 ປີ​ເມື່ອ​ທ່ານ​ນາຍົກລັດຖະມົນຕີ ​ຕົກລົງ​ສ້າງ​ຕັ້ງ​, ມາ​ຮອດ​ປະຈຸ​ບັນ, ​ເສດ​ເສດຖະກິດ​ຢຸງກວດ ​ໄດ້​ດຶງ​ດູດ​​ 115 ​ໂຄງການການ​ລົງທຶນ, ດ້ວຍ​ຍອດ​ຈຳນວນ​ເງິນ​ຈົດ​ທະບຽນ​ກວ່າ 174.000 ຕື້​ດົງ, ​ໃນ​ນັ້ນ​ມີ 15 ​ໂຄງການ​ລົງ​ທຶນຂອງ​ຕ່າງປະ​ເທດ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງ​ທຶນກວ່າ 5,7 ຕື້ USD. ປະຈຸ​ບັນ​ເຂດ​ເສດ​ຖະກິດ​ຢຸງກວດ ພວມ​ສຸມ​ໃສ່​ຮຽກຮ້ອງ​ການ​ລົງທຶນ​ຈາກ​ບັນດາ​ປະ​ເທດ​ອາຊີຕາ​ເວັນ​ອອດ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ປະຕິບັດ​ບັນດາ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ເພື່ອ​ຊ່ວຍ​ເຫຼືອ, ​ຮ່ວມ​ມືພ້ອມກັບ​ບັນດາ​ນັກ​ລົງທຶນ… ທ່ານ Pham Nhu So, ຮອງ​ປະທາ​ນຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຫງ້າຍ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ຢຸງກວດ ​ໃຫ້​ຮູ້​ວ່າ.

“​ເມື່ອ​ບັນດາ​ນັກ​ລົງທຶນ ​ເຂົ້າ​ມາລົງທຶນຢູ່ເຂດ​ເສດຖະກິດ​ຢຸງກວດ ຕ້ອງ​ລາຍ​ງານ​ຕີ​ລາຄາ​ຜົນ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ. ອິ່ງ​ໃສ່​ບັນດາ​ມາດຕະຖານ​ທີ່​ຍົກ​ອອກ​ມາ ບັນດາ​ນັກ​ລົງທຶນ​ຕ້ອງ​ຮັບປະກັນ​ບັນດາ​ມາດຕະຖານ​ນັ້ນ. ​ໃນ​ການ​ເຄື່ອນ​ໄຫວ ຜະລິດ​ຂອງ​ບັນດາ​ໂຮງງານ, ​ເລື່ອງ​ຕິດຕາມ​ກວດກາ​ກໍ່​ສຳຄັນ​ພິ​ເສດ ຈາກ​ນັ້ນ​ຈະ​ແກ້​ໄຂເພີ່ມ​​ເຕີມ​ສຳລັບບັນດາ​ບັນຫາ​ທີ່​ຍັງ​​ເຫຼືອ”.

ຂ່າວ/ບົດ​ອື່ນ