ການ​ເຈ​ລະ​ຈາ​ຮອບ​ທີ 13 ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມີ​ຄວາມ​ສະ​ດຸ້ງ​ໄວໜ້ອຍ ຢູ່​ທະ​ເລ ຫ​ວຽດ​ນາມ - ຈີນ

(VOVWORLD) - ໃນລະຫວ່າງ ວັນທີ 19 – 20 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນການເຈລະຈາຮອບທີ 13 ກຸ່ມປະຕິບັດງານກ່ຽວກັບການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສະດຸ້ງໄວໜ້ອຍ ຢູ່ທະເລລະຫວ່າງ ຫວຽດນາມ - ຈີນ.
ການ​ເຈ​ລະ​ຈາ​ຮອບ​ທີ 13 ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມີ​ຄວາມ​ສະ​ດຸ້ງ​ໄວໜ້ອຍ ຢູ່​ທະ​ເລ ຫ​ວຽດ​ນາມ - ຈີນ - ảnh 1ພາບປະກອບ 

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບບົນພື້ນຖານກ່ຮປະຕິບັດບັນດາຄວາມຮັບຮູ້ລວມສຳຄັນເຊິ່ງ ການນຳສອງພັກ, ສອງລັດບັນລຸໄດ້ຢ່າງເຂັ້ມງວດໃນນັ້ນມີ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາຢູ່ທະເລລະຫວ່າງ ຫວຽດນາມ -ຈີນ”, ໃຫ້ເໝາະສົມກັບກົດໝາຍສາກົນ ແລະ ແຫຼ່ງກຳລັງຂອງແຕ່ລະຝ່າຍ, ສືບຕໍໍ່ຊຸກຍູ້ບາງໂຄງການຮ່ວມມືໃໝ່ໃນຂົງເຂດປົກປັກຮັກສາສິ່ງແວດລ້ອມທາງທະເລ, ສູ້ຊົນໃຫ້ໄດ້ ລົງນາມ “ຂໍ້ຕົກລົງວ່າດ້ວຍການຮ່ວມມືໃນການຊອກຫາ - ກູ້ໄພຢູ່ທະເລ” ແລະ “ຂໍ້ຕົກລົງວ່າດ້ວຍການສ້າງໂທລະສັບສາຍດ່ວນກ່ຽວກັບການແກ້ໄຂບັນດາເຫດການເກີດຂຶ້ນຢ່າງກະທັນຫັນໃນການເຄື່ອນໄຫວຫາປາຢູ່ທະເລ”.

        ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນໄລຍະທີ່ຜ່ານມາ, ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາຢູ່ທະເລ”ຢ່າງເຂັ້ມງວດ ເພື່ອແນໃສ່ປະກອບສ່ວນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ