ອ່າວພາກເໜືອ |
(vovworld)- ແຕ່ວັນທີ 10-12/12, ຢູ່ປັກກິງປະເທດຈີນ, ໄດ້ດຳເນີນການເຈລະຈາຮອບທີ 6 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກປາກອ່າວພາກເໜືອຫວຽດນາມ-ຈີນ. 2 ຝ່າຍໄດ້ຢືນຢັນປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງ 2 ປະເທດກ່ຽວກັບການຊຸກຍູ້ການເຈລະຈາແບ່ງກຳນົດບໍລິເວນທະເລຢູ່ນອກປາກອ່າວພາກເໜືອ,ພ້ອມກັນນັ້ນກໍຕັ້ງໜ້າຊຸກຍູ້ການຮ່ວມມືພ້ອມກັນພັດທະນາໃນເຂດທະເລນີ້. ໃນການເຈລະຈາຮອບນີ້, ກຸ່ມຜູ້ຊ່ຽວຊານສຳຫຼວດຮ່ວມຢູ່ບໍລິເວນທະເລນອກປາກອ່າວພາກເໜືອ, ແນໃສ່ຮັບໃຊ້ຈຸດໝາຍແບ່ງກຳນົດ ແລະ ຮ່ວມມືພ້ອມກັນພັດທະນາໃນພາກພື້ນນີ້ໃຫ້ສອດຄ່ອງກັບກົດໝາຍສາກກົນ, ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍທະເລປີ 1982 .