ພາບປະກອບ:internet
|
(vovworld) - ພິທີເປີດສະຫລອງການເຊື່ອມຕໍ່ດ້ານເຕັກນິກລະຫວ່າງບັນດາກະຊວງ, ຂະແຫນງການເພື່ອຮັບໃຊ້ກົນໄກປະຕູດຽວແຫ່ງຊາດ ດຳເນີນໄປໃນວັນທີ 26/2 ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການເປັນຂີດໝາຍການສິ້ນສຸດໄລຍະ 1 ແຫ່ງການປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບການທົດລອງປະຕິບັດກົນໄກພາສີປະຕູດຽວແຫ່ງຊາດ, ໃນນັ້ນ ມີ 3 ກະຊວງເຂົ້າຮ່ວມການເຊື່ອມຕໍ່ດ້ານເຕັກນິກໃນຂັ້ນຕອນເຮັດວຽກລະບຽບການດ້ານບໍລິຫານ ລວມມີ: ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ກະຊວງຄົມມະນາຄົມຂົນສົ່ງ. ເລື່ອງເປີດສະຫລອງການເຊື່ອມຕໍ່ດ້ານເຕັກນິກດັ່ງກ່າວ ແມ່ນຢັ້ງຢືນຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ສຳລັບບັນດາປະເທດສະມາຊິກ ອາຊຽນ ເມື່ອໃຫ້ສັດຕະຍາບັນບັນດາສັນຍາ ແລະ ສົນທິສັນຍາ, ມູ່ງໄປເຖິງປະຊາຄົມເສດຖະກິດ ອາຊຽນໃນປີ 2015. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໃສ່ໃຈບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ສືບຕໍ່ກວດກາ ເພື່ອເຮັດໃຫ້ການປະຕິຮູບ, ແລະການຫັນລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງກົນໄກປະຕູດຽວແຫ່ງຊາດເປັນງ່າຍດາຍກວ່າ.