ການເລືອກຕັ້ງປະທານາທິບໍດີ ຝະລັ່ງ

(VOVWORLD) - ວັນທີ 04/05 ພັກແນວໂຮມແຫ່ງຊາດ (FN) ຂອງ ຝະລັ່ງ ແຈ້ງໃຫ້ຮູ້ວ່າ ຊາຍຜູ້ໜຶ່ງທີ່ຖືກສົງໄສວ່າ ເຄີຍໂຈມຕີເວັບໄຊຫາສຽງເລືອກຕັ້ງຂອງທ່ານນາງ Marine Le Pen ຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ຝະລັ່ງ ເປັນປະຈຳ
ການເລືອກຕັ້ງປະທານາທິບໍດີ ຝະລັ່ງ - ảnh 1ທ່ານ David Rachline ຜູ້ຮັບຜິດຊອບບັ້ນຫາສຽງເລືອກຕັ້ງຂອງທ່ານນາງ Le Pen (ພາບ:  AFP/TTXVN)

ໄດ້ຖືກຕຳຫລວດຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີແນັດຈັບຕົວ. ທ່ານ David Rachline ຜູ້ຮັບຜິດຊອບບັ້ນຫາສຽງເລືອກຕັ້ງຂອງທ່ານນາງ Le Pen ແລະ ທ່ານ Gaetan Bertrand ຜູ້ອຳນວຍການສື່ສານຂອງພັກ (FN) ຖະແຫຼງວ່າ ພັກນີ້ ກຳນົດໄດ້ເປົ້າໝາຍບາງຄົນໃນຈຳນວນຜູ້ທີ່ໂຈມຕີທາງເຄືອຂ່າຍອິນເຕີແນັດ ແລະ ໄດ້ສົ່ງບັນດາຖານຂໍ້ມູນທີ່ກ່ຽວຂ້ອງທັງໝົດໃຫ້ຕຳຫລວດ ໃນສະພາວະທີ່ມີຄຳກ່າວຫາວ່າ ເປົ້າໝາຍດັ່ງກ່າວ ອາດຈະ “ມີການພົວພັນກັບບັນດາກຸ່ມຝ່າຍຊ້າຍຫົວຮຸນແຮງ”. ຖະແຫຼງການຊີ້ແຈ້ງວ່າ ໃນຕະຫລອດໄລຍະຫາສຽງເລືອກຕັ້ງ ພິເສດແມ່ນນັບແຕ່ຕົ້ນປີ 2017 ເວັບໄຊຫາສຽງເລືອກຕັ້ງຂອງພັກ FN ເຄີຍເປັນເປົ້າໝາຍບຸກໂຈມຕີທາງເຄືຍຂ່າຍອິນເຕີແນັດ ດ້ວຍແບບວິທີຫລາຍຢ່າງທີ່ແຕກຕ່າງກັນ. ຫ້ອງການໄອຍະການຢູ່ Nanterre, ຕາແສງຢູ່ເຂດຊານນະຄອນ ໄປທາງທິດຕາເວັນຕົກນະຄອນຫລວງ Paris ຮັບຮູ້ວ່າ ໄດ້ຢັ້ງຢືນວ່າ ມີຊາຍຜູ້ໜຶ່ງຖືກຈັບຕົວໃນອາທິດນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ