ການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ

(VOVWORLD) - ຄະນະກຳມະການເລືອກຕັ້ງແຫ່ງຊາດ ສ.ເກົາຫຼີ ປະກາດວ່າ ໄລ່ຮອດ 15 ໂມງຕອນບ່າຍວັນທີ 09/05 ຕາມເວລາທ້ອງຖິ່ນ (13 ໂມງຕາມເວລາ ຮ່າໂນ້ຍ), ຜູ້ມີສິດເລືອກຕັ້ງກ່ວາ 27 ລ້ານຄົນໃນຍອດຈຳນວນເກືອບ 42,5 ລ້ານຄົນ
ການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ - ảnh 1 (ພາບປະກອບ)

ເທົ່າກັບເກືອບ 64% ຜູ້ມີສິດເລືອກຕັ້ງ ໄດ້ໄປປ່ອນບັດເລືອກຕັ້ງ ເພື່ອເລືອກຕັ້ງປະທານາທິບໍດີຜູ້ທີ 19 ຂອງ ສ.ເກົາຫຼີ. ຕາມແຜນການແລ້ວ, ການເລືອກຕັ້ງຈະສິ້ນສຸດລົງໃນຕອນຄ່ຳເວລາ 20 ໂມງ (ກົງກັບ 18 ໂມງຕາມເວລາ ຮ່າໂນ້ຍ). ຄະນະກຳມະການເລືອກຕັ້ງແຫ່ງຊາດ ສ.ເກົາຫຼີ ຄາດຄະເນວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງຄັ້ງນີ້ ອາດຈະບັນລຸກ່ວາ 80%. ປະທານາທິບໍດີຜູ້ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຈະສາບານຕົວໃນທັນທີ ພາຍຫລັງຄະນະກຳມະການເລືອກຕັ້ງແຫ່ງຊາດປະກາດຜູ້ໄຊຊະນະຢ່າງເປັນທາງການ ໃນການປະຊຸມຄາດວ່າ ຈະດຳເນີນໃນຕອນເຊົ້າວັນທີ 10/05.

ຕອບກັບ

ຂ່າວ/ບົດ​ອື່ນ