ການເສັງສີມືການຊ່າງ ອາຊຽນ ຄັ້ງທີ 10 ປີ 2014
(ການປະຊຸມຂ່າວ ການເສັງສີມືການຊ່າງ ອາຊຽນ ຄັ້ງທີ 10 ປີ 2014)
(vovworld) - ການເສັງສີມືການຊ່າງ ອາຊຽນ ຄັ້ງທີ 10 ຈະໄດ້ດຳເນີນແຕ່ວັນທີ 19-29/10/2014 ຢູ່ຮ່າໂນ້ຍ, ດ້ວຍຫົວຂໍ້: “ ທັກສະວິຊາຊີບ-ຄຸນຄ່າແທດຈິງຂອງພວກເຮົາ” ໄດ້ດຶງດູດນາຍຊ່າງເກືອບ 300 ຄົນທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມ, ດ້ວຍ 25 ວິຊາຊີບ. ການເສັງສີມືການຊ່າງ ອາຊຽນ ຄັ້ງທີ 10, ຊຸກຍູ້ຂະບວນການຮຳ່ຮຽນ ແລະ ການສອນວິຊາຊີບ, ຫຼໍ່ຫຼອມທັກສະວິຊາຊີບຂອງລຸ້ນໜຸ່ມທົ່ວປະເທດ ໃນບັນດາພື້ນຖານສອນວິຊາຊີບ ແລະ ບັນດາວິສາຫະກິດ ຫວຽດນາມ ໄລຍະ 2011-2020. ຄຽງຂ້າງນັ້ນ, ການເສັງກໍ່ຊຸກຍູ້ ແລະ ຍົກສູງມາດຖານທັກສະວິຊາຊີບແຫ່ງຊາດ ຂອງແຕ່ລະປະເທດສະມາຊິກ ອາຊຽນ ເວົ້າສະເພາະ ແລະ ພາກພື້ນເວົ້າລວມ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນງອກຟີ ໃຫ້ຮູ້ວ່າ:
ນາຍົກລັດຖະມົນຕີຮຽກຮ້ອງວ່າ ຜ່ານການຈັດຕັ້ງການເສັງສີມືການຊ່າງຄັ້ງນີ້, ພວກເຮົາຕ້ອງບັນລຸໄດ້ຫຼາຍຄວາມຮຽກຮ້ອງ ໃນນັ້ນຕ້ອງເຮັດແນວໃດເພື່ອຈັດຕັ້ງການເສັງ ໃຫ້ມີວິທະຍາສາດ, ເຄັ່ງຄັດ, ມີຫຼາຍມາດຖານ, ສາມາດແນະນຳຮູບພາບປະເທດຊາດຫວຽດນາມ ແລະ ຊາວຫວຽດນາມເຖິງເພື່ອນມິດສາກົນໄດ້ຫຼາຍທີ່ສຸດ.