ການແກ່ງແຍ້ງໃນການກໍ່ສ້າງຊັບພະຍາກອນມະນຸດ
ທີ່ມີຄຸນນະພາບສູງຈະຂ້ຽວຂາດກ່ວາ |
(vovworld)- ນັບແຕ່ປີ 2016ເປັນຕົ້ນໄປ, ບັນດາມະຫາວິທະຍາໄລຂອງຫວຽດນາມ ຈະຕ້ອງແກ່ງແຍ້ງກັບບັນດາມະຫາວິທະຍາໄລໃນພາກພື້ນເພື່ອກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ນີ້ແມ່ນຄຳໃຫ້ສັງເກດຂອງບັນດາຜູ້ຊ່ຽວຊານພາຍຫຼັງທີ່ປະຊາຄົມເສດຖະກິດອາຊຽນໄດ້ຮັບການສ້າງຕັ້ງຂຶ້ນເມືອ່ທ້າຍປີ 2015, ດ້ວຍການກຳນົດກ່ຽວກັບຊັບພະຍາກອນມະນຸດໃນ 8 ຂະແໜງອາຊີບສາມາດເຄື່ອນຍ້າຍຢ່າງເສລີໃນບັນດາປະເທດສະມາຊິກ.
ຕາມຂໍ້ຕົກລົງແລ້ວ, 8 ກຸ່ມຂົງເຂດຂະແໜງອາຊີບສາມາດເຄື່ອນຍ້າຍຢ່າງເສລີໃນບັນດາປະເທດສະມາຊິກປະຊາຄົມເສດຖະກິດອາຊຽນ ລວມມີ: ບັນຊີ, ວິສາວະກອນ, ສຳຫຼວດ, ສະຖາປັດຕະຍະກຳ, ພະຍາບານ, ການບໍລິການການແພດ, ທ່ອງທ່ຽວ…