ການແລກປ່ຽນດ້ານ ການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມຂຶ້ນ
(ພາບປະກອບ)
(vovworld) – ໄລ່ມາຮອດເດືອນ ສິງກາ 2013, ວົງເງິນການຄ້າ 2 ສົ້ນລະຫວ່າງສິງກະໂປ ແລະ ຫວຽດນາມ ບັນລຸໄດ້ກ່ວາ 11 ຕື້ ໂດລາສິງກະໂປ (SGD), ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ໃນບັນດາໝວດສິນຄ້າທີ່ສິງກະໂປ ນຳເຂົ້າຈາກຫວຽດນາມ, ບັນດາປະເພດສິນຄ້າທີ່ມີວົງເງິນຫຼາຍ ແລະ ມີລະດັບເພີ່ມຂຶ້ນສູງລວມມີ: ໂທລະສັບ ແລະ ສິນສ່ວນກົນຈັກ, ອຸປະກອນ... ແລະກໍ່ໃນ 8 ເດືອນຜ່ານມາ, ວົງເງິນສົ່ງອອກຂອງສິງກະໂປ ໄປຍັງຫວຽດນາມ ບັນລຸເກືອບ 9 ຕື້ SGD. ໃນ 9 ເດືອນຕົ້ນປີ 2013, ບັນດາວິສາຫະກິດສິງກະໂປ ໄດ້ລົງທຶນເຂົ້າຫວຽດນາມ 89 ໂຄງການດ້ວຍຈຳນວນທຶນຈົດທະບຽນກວ່າ 4 ຕື້ USD. ໄລ່ລວມແລ້ວ, ຮອດເດືອນ ກັນຍາ 2013, ບັນດາວິສາຫະກິດສິງກະໂປ ໄດ້ລົງທຶນເຂົ້າໃນເກືອບ 1.200 ໂຄງການຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸເກືອບ 29 ຕື້ USD, ຢືນອັນດັບ 2 ໃນຈຳນວນ 100 ປະເທດ ແລະ ເຂດແຄວ້ນທີ່ມີເງິນລົງທຶນຢູ່ຫວຽດນາມ.