ການແຫ່ຂະບວນປະທ້ວງຂະໜາດໃຫຍ່ກວ່າໝູ່ໃນປະຫວັດສາດເກີດຂື້ນຢູ່ອີຢິບ

ການແຫ່ຂະບວນປະທ້ວງຂະໜາດໃຫຍ່ກວ່າໝູ່ໃນປະຫວັດສາດເກີດຂື້ນຢູ່ອີຢິບ - ảnh 1
ການແຫ່ຂະບວນປະທ້ວງຢູ່ ອີຢິບ
(ພາບ:theaustralia.com.au)

​(vovworld) – ບົດ​ລາຍ​ງານ “ດັດ​ຊະ​ນີປະຊາທິປະ​ໄຕ“ ​ໂດຍ​ສູນ​ພັດທະນາ​ສາກົນ (IDC) ປະກາດ​ເມື່ອ​ວັນ​ທີ 2/8 ​ໃຫ້​ຮູ້​ວ່າ, ​ໃນ​ເດືອນ 7, ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ກວ່າ​ໝູ່​​ໃນ​ປະຫວັດສາດຂອງ​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ ກໍ່​ຄື​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດໄດ້​ເກີດ​ຂຶ້ນຢູ່ອີ​ຢີບ, ດ້ວຍ​ການ​ແຫ່​ຂະ​ບວນປະ​ທ້ວງທັງ​ໝົດ 1.432 ຄັ້ງ, ຄິດ​ສະ​ເລ່ຍ​ແຕ່​ລະ​ມື້​ຢູ່​ອີ​ຢີບ​ໄດ້​ເກີດການ​ແຫ່​ຂະ​ບວນປະ​ທ້ວງ​ເຖິງ 46 ຄັ້ງ. ປະຊາຊົນ​ກວ່າ 30 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຄັດຄ້ານ​ອຳນາດ​ການ​ປົກຄອງ​ຂອງ​ອະດີດ​ປະທານາທິບໍດີ Mohamed Morsi, ກໍ່​ຄື​ສະໜັບສະໜູນ​ໄລຍະ​ຂ້າມ​ຜ່ານ​ຕາມ​ຂັ້ນ​ຕອນ​ໂດຍ​ທະຫານ​ໄດ້​ວາງ​ອອກ ພາຍຫຼັງ​ເສິກ​ກາງ​ເມືອງ​ເມື່ອ​ວັນ​ທີ 3/7. ​ໃນ​ຂະນະ​ນັ້ນ, ຊາວ​ມຸດ​ສະ​ລິ​ນ​ເກືອບ 1 ລ້ານ​ຄົນ ກໍ່​ໄດ້​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ ​ເພື່ອ​ສະໜັບສະໜູນ​ອະດີດ​ປະທານາທິບໍດີ Mohamed Morsi ​ແລະ ຄັດຄ້ານ​ອັນ​ທີ່​ເອີ້ນ​ວ່າ “ການ​ລັດຖະປະຫານ​ດ້ານ​ການ​ທະຫານ​ເພື່ອ​ຕ້ານ​ຄືນ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ“

ຂ່າວ/ບົດ​ອື່ນ