ການໂຕ້ວາທີລະຫວ່າງ 2 ຜູ້ສະໝັກເລືອກຕັ້ງ ເປັນປະທານາທິບໍດີ ອາເມລິກາ ປີ 2012
ປະທານາທິບໍດີອາເມລິກາ ທ່ານ Barac Obama ແລະ ຄູ່ແຂ່ງສັງກັດພັກສາທາລະນະລັດ ທ່ານ Mitt Romney (ພາບ: internet)
|
Vovworld- ໃນຕອນຄ່ຳວັນທີ 3/10(ຕາມເວລາທ້ອງຖິ່ນ) ກົງກັບຕອນເຊົ້າວັນທີ 4/10(ຕາມເວລາ ຫວຽດນາມ) , ປະທານາທິບໍດີອາເມລິກາ ທ່ານ Barac Obama ແລະ ຄູ່ແຂ່ງສັງກັດພັກສາທາລະນະລັດ ທ່ານ Mitt Romney ໄດ້ກ້າວເຂົ້າສູ່ການໂຕ້ວາທີຄັ້ງທຳອິດ ໃນການໂຕ້ວາທີ 3 ຄັ້ງຖືກຖ່າຍທອດສົດທາງໂທລະພາບ. ການໂຕ້ວາທີແມ່ນແກ່ຍາວ 90 ນາທີ, ໃນນັ້ນເລັ່ງໃສ່ 3 ເນື້ອໃນຕົ້ນຕໍ ຊຶ່ງລວມມີເສດຖະກິດ, ວຽກງານສຸຂະພິບານ, ບົດບາດ ແລະ ການຄຸ້ມຄອງຂອງລັດຖະບານ. ຫົວເລື່ອງເສດຖະກິດແມ່ນ ບັນຫາຖືກໂຕ້ແຍ້ງກັນຢ່າງ ຮຸນແຮງທີ່ສຸດ. ປະທານາທິບໍດີອາເມລິກາ Barac Obama ໄດ້ຍອມຮັບອັດຕາໄພວາງງານກ່ວາ 8% ແມ່ນສູງແລ້ວ, ແຕ່ທ່ານໄດ້ຖິ້ມໂທດສ່ວນຫຼາຍໃສ່ອຳນາດການປົກຄອງສະໄໝກ່ອນຊຶ່ງໄດ້ເຮັດໃຫ້ອາເມລິກາຕົກເຂົ້າສູ່ວິກິດການທີ່ຮ້າຍແຮງທີ່ສຸດ. ທ່ານ Mitt Romney ຖືວ່າ ອຳນາດການປົກຄອງປະທານາທິບໍດີອາເມລິກາ Barac Obama ຖືກປະລາໄຊໃນບັນດານະໂຍບາຍເສດຖະກິດ ອັນໄດ້ໃຫ້ຄົນງານນັບແສນຄົນຖືກວາງງານໃນ 4 ປີ ທີ່ຜ່ານມາ. ປະທານາທິບໍດີອາເມລິກາ Barac Obama ໄດ້ປະຕິເສດຕໍ່ການກ່າວຫາຂອງ ທ່ານ Mitt Romney ທີ່ເວົ້າວ່າ ການຫຼຸດຜ່ອນງົບປະມານຈະເຮັດໃຫ້ກອງທັບອ່ອນແອລົງ, ປະທານາທິບໍດີອາເມລິກາ Barac Obama ໄດ້ກຳນົດວ່າ ນີ້ແມ່ນມາດຕະການຊ່ວຍດຸນດຽງ ງົບປະມານ, ທັງແມ່ນວິທີການເພື່ອບໍ່ຄວນເພີ່ມອັດຕາພາສີອາກອນ ສຳລັບຊົນຊັ້ນກາງໃນສັງຄົມ ແລະ ບັນດາກຸ່ມບໍລິສັດ. ການໂຕ້ວາທີດັ່ງກ່າວ ຖືກດຳເນີນພາຍຫຼັງໄດ້ປະກາດໝາກຜົນແຫ່ງການຢັ່ງຫາງສຽງຊຶ່ງໃຫ້ຮູ້ວ່າ ເຖິງວ່າ ປະທານາທິບໍດີອາເມລິກາ Barac Obama ພວມນຳໜ້າຕໍ່ຄູ່ແຂ່ງກໍຕາມ, ແຕ່ ທ່ານ Mitt Romney ໄດ້ສາມາດຮັດແຄບໄລຍະຫ່າງຂອງຄວາມຜິດໂຕນກັນລົງສ່ວນໃດສວ່ນໜຶ່ງແລ້ວ.