ການໂອ້ລົມສົນທະນາຍຸດທະສາດການປ້ອງກັນຊາດ ຈີນ - ສ ເກົາຫຼີ
Xuan Dan -  
ທ່ານຮອງຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນ ຈີນ ໝ່າສຽວທຽນ
(vovworld) - ການໂອ້ລົມສົນທະນາຍຸດທະສາດການປ້ອງກັນຊາດ ຈີນ - ສ ເກົາຫຼີ ຄັ້ງທີ 2 ຖືກຈັດຂຶ້ນໃນວັນທີ 31/7 ຢູ່ນະຄອນຫຼວງ ປັນກິ່ງ ປະເທດ ຈີນ. ທ່ານຮອງຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນ ຈີນ ໝ່າສຽວທຽນ ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ສ ເກົາຫຼີ Lee Young Geol ນຳໜ້າ 2 ຄະນະຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ຕາມເຈົ້າໜ້າທ່ີກະຊວງປ້ອງກັນປະເທດ ສ ເກົາຫຼີ ແລ້ວ, ທີ່ການໂອ້ລົມສົນທະນາ, 2 ຝ່າຍຈະແລກປ່ຽນກ່ຽວກັບສະພາບຄວາມສະຫງົບປອດໄພໃນແຫຼມ ເກົາຫຼີ, ປຶກສາຫາລືວິທີການເປີດກ້ວາງການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ. ຄາດວ່າ, 2 ຝ່າຍຈະເຊັນບົດບັນທຶກຊ່ວຍຈຳກ່ຽວກັບການກູ້ຊ່ວຍໄພພິບັດທຳມະຊາດ. ການໂອ້ລົມສົນທະນາຍຸດທະສາດປ້ອງກັນຊາດ ຈີນ - ສ ເກົາຫຼີ ຖືກຈັດຂຶ້ນເປັນຄັ້ງທຳອິດໃນເດືອນ 7/2011, ນີ້ແມ່ນກອງປະຊຸມກ່ຽວກັບການປ້ອງກັນຊາດຂັ້ນສູງສຸດຂອງ 2 ປະເທດໃນປະຈຸບັນ.
Xuan Dan