ການໂອ້ລົມສົນທະນາຢູ່ຝຣັ່ງກ່ຽວກັບຜົນງານປ່ຽນໃໝ່ຂອງຫວຽດນາມ

ການໂອ້ລົມສົນທະນາຢູ່ຝຣັ່ງກ່ຽວກັບຜົນງານປ່ຽນໃໝ່ຂອງຫວຽດນາມ - ảnh 1
ການ​ໂອ້​ລົມ​ສົ​ນ​ທະ​ນາ​ຈັດ​ຕັ້ງ​ໃນ​ວັນ​ທີ​ 29/1
(ພ​າບ: nhandan.com.vn)

(vovworld) – ວັນ​ທີ 29/1, ຢູ່ ປາ​ຣີ, ​ປະ​ເທດຝ​ຣັ່ງ​ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົ​ນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຈາກ​ການ​ເປີດ​ປະ​ຕູ​ຮອດ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ: ສາຍ​ເຫດ​ພາ​ໃຫ້​ເກີດ​ບັນ​ດາ​ຜົນ​ງານຂອງ ຫວຽດ​ນາມ”. ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ການ​ທູດ, ນັກ​ຄົ້ນ​ຄ້​ວາ​ການ​ເມືອງ ແລະ ເສດ​ຖະ​ກິດ ຝ​ຣັ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ຫງວຽນ​ງອກ​ເຊີນ ຊີ້​ແຈ້ງວ່າ: ພາຍຫຼັງ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ໄລ​ຍະ​ທາງ​ຍາວ​ນານ​ດ້ວຍ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ແລະ ການ​ທ້າ​ທາຍ​ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປີດ​ປະ​ຕູ ແລະ ເຊື່ອມ​ໂຍງ​ສາ​ກົນ​ສຳ​ເລັດ​ຜົນ, ຢັ້ງ​ຢືນ​ໄລ​ຍະ​ທາງ​ພັດ​ທະ​ນາ​ຢ່າງ​ທັນ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເໝາະ​ສົມ​ກັບ​ສະ​ພາບ​ຢູ່ ຫວຽດ​ນາມ.

ບັນ​ດາ​ນັກ​ຮຽນ​ຮູ້ ຝ​ຣັ່ງ ແບ່ງ​ປັນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ຜົນ​​ງານສຳ​ຄັນ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້, ຢັ້ງ​ຢືນ​ນະ​ໂຍ​ບາຍ​ປ່ຽນ​ໃໝ່​ຂອງ ຫວຽດ​ນາມ ບັນ​ລຸ​ຜົນ​ງານ ແລະ ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດ​ຜ່ານ​ຜ່າ​ໄລ​ຍະ​ທາງ​ຍາ​ວ​ນານ​ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ​ນັ້ນ.​


ຕອບກັບ

ຂ່າວ/ບົດ​ອື່ນ