ການໂອ້ລົມສົນທະນາ ກ່ຽວກັບສິດສະເໝີພາບ ລະຫວ່າງຍິງ-ຊາຍ

ການໂອ້ລົມສົນທະນາ ກ່ຽວກັບສິດສະເໝີພາບ ລະຫວ່າງຍິງ-ຊາຍ - ảnh 1

ສະພາບ​ການ​ໃນ​ການ​ໂອ້​ລົມ​ສົນທະນາ

(ພາບ:daibieunhandan.vn)

( vovworld ) – ຕອນ​ເຊົ້າວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ​ ສັງຄົມ ສົມທົບ​ກັບ​ຫ້ອງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ຈັດ “ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ“ ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ​ຄື​ວັນ​ທີ 8/3. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ​ສັງຄົມຫວຽດນາມ ຢືນຢັນ​ວ່າ: ພັກ, ​ແລະ ລັດ​ຫວຽດນາມ ​ໄດ້ ​ແລະ ​ພວມ​ຕັດສິນ​ໃຈປະຕິບັດສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍຢ່າງ​ແທດ​ຈິງ ​ໂດຍຜ່ານ​ການ​ສ້າງ​ກອບ​ກົດໝາຍ​ສຳ​ເລັດ, ​ເອົາ​ເນື້ອ​ໃນ​ກ່ຽວ​ກັບສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ເຂົ້າ​ໃນ​ເອກະສານ​ດ້ານ​ກົດໝາຍ, ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ໄລຍະ 2011-2015. ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ ​ເວົ້າວ່າ:

  “ທີ່​ເວທີ​ປາ​ໄສ​ຄັ້ງນີ້, ພວກ​ເຮົາ​ພ້ອມກັນ​ແບ່ງປັນ​ສະພາບ​ການ, ຜົນງານ ​ແລະ​ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຍົກ​ສູງ​ບົດບາດ​ຂອງ​ແມ່ຍິງ​ຊົນນະບົດ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸ​ຜ່ອນ​ຄວາມທຸກ​ຍາກ ​ແລະ ​ໃນ​ການ​ພັດທະນາ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ບັນດາ​ໝາກຜົນ​ຂອງ​ການ​ແລກປ່ຽນ​ຈະ​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວ ​ເພື່ອ​ແນ​ໃສ່​ຍົກ​ອອກ​ມາສະ​ເໜີ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ຮັບປະກັນ​ກ່ຽວ​ກັບ​ການ​ປ່ຽນ​ແປງສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ຢູ່​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ວິວັດ​ການຈັດຕັ້ງຜັນ​ຂະ​ຫຍາ​ຍການ​ປະຕິບັດ​ນະ​ໂຍບາຍ​ແຫ່ງ​ຊາດ​ກ່ຽວ​ກັບສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ

ຂ່າວ/ບົດ​ອື່ນ