ັກາລະໂອກາດຢຸດຕິວິກິດການການເມືອງຢູ່ ອີຣັກ

(vovworld) - ວັນ​ທີ 7/2 ລັດຖະມົນຕີ 8 ທ່ານ​ທີ່​ຂຶ້ນ​ກັບ​ກຸ່ມ Iraqiya ຊາວ​               ມຸດ​ສະລີ​ມນິກາຍ​ຊັນ​ນີ ຢູ່ ອີຣັກ ​ໄດ້​ຢຸດຕິ​ວິວັດ​ການ​ປະ​ຕິ​ເສດ​ຄະນະ​ລັດຖະບານ​ຂອງ​ປະ​ເທດ​ນີ້.  ຜູ້ນຳ Iraqiya, Hamit An Mutlac ​ໃຫ້​ຮູ້​ວ່າ ຄຳ​ຕັດສິນ​ນີ້​ຖືກ​ຍົກ​ອອກ​ໃນ​ການ​ປະຊຸມ​ຂອງ​ກຸ່ມ​ນີ້​​ເມື່ອ ​ຕອນ​ຄ່ຳ​ວັນ​ທີ 1/2 ຜ່ານມາ. ຕາມ​ນັ້ນ​ແລ້ວ ລັດຖະມົນຕີ ທັງ​ໝົດ ຂອງ​ກຸ່ມ​ນີ້​ ຈະ​ກັບ​ຄືນ​ເຂົ້າ​ຮ່ວມ​ວາລະ​ປະ​ຊຸມ​ຂອງ​ລັດຖະບານ. ນີ້​ກໍ​ແມ່ນ​ເຈດ​ຕະນາ​ດີ​ຂອງ​ກຸ່ມ​ດັ່ງກ່າວ​ໃນ​ການ​ສ້າງ​ບັນດາ​ກາລະ​ໂອກາດ​ໂອ້​ລົມ​ສົນທະນາ​ແຫ່ງ​ຊາດ​ໃນ​ອະນາຄົດ​ຢູ່ ອີຣັກ ​ເພື່ອ​ຊ່ວຍ​ບັນດາ​ກຸ່ມ​ການ​ເມືອງ​ປະ​ເທດ​ນີ້ ດຳ​ເນີນ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ ​ແລະ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ​ປະ​ຈຸ​ບັນ ຢ່າງ​ວ່ອງ​ໄວ. ​ໃນ​ຂະນະ​ນັ້ນ ​ໂຄສົກ​ຂອງ​ທ່ານ​ນາຍົກລັດຖະມົນຕີ Maliki, ທ່ານ Ali Muxauy ​ໃຫ້​ຮູ້​ວ່າ: ນາຍົກລັດຖະມົນຕີ ຊົມ​ເຊີຍ​ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ກັບ​ຄືນມາປະຕິບັດ​ວຽກ​ງານ​ຂອງ​ລັດຖະບານ./.

ຕອບກັບ

ຂ່າວ/ບົດ​ອື່ນ