ກຳປູເຈຍຈັດຕັ້ງງານມະໂຫລານຮູບເງົາອາຊຽນ

(VOVWORLD) -ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ, ງານມະໂຫລານຮູບເງົາອາຊຽນ ເຊິ່ງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ໄດ້ສົມທົບກັບສະຖານທູດຂອງ 10 ປະເທດສະມາຊິກຢູ່ພະນົມເປັນ ຈະຈັດຕັ້ງໃນລະຫວ່າງວັນທີ 08 – 17 ກັນຍາ

ກຳປູເຈຍຈັດຕັ້ງງານມະໂຫລານຮູບເງົາອາຊຽນ - ảnh 1 ກຳປູເຈຍຈັດຕັ້ງງານມະໂຫລານຮູບເງົາອາຊຽນ

(ພາບ: TTXVN)

ເພື່ອແນໃສ່ຍົກສູງວັດທະນະທຳຂອງບັນດາປະເທດໃນສະຫະສະມາຄົມ. ສະຖານທູດແຕ່ລະປະເທດຈະຄັດເລືອກຮູບເງົາຂອງປະເທດຕົນເພື່ອສາຍໃນຊ່ອງໂທລະພາບແຫ່ງຊາດກຳປູເຈຍ (TVK) ແລະ ຊ່ອງໂທລະພາບກອງທັບແຫ່ງລາຊະອາຈັກ (TV5) ຂອງກຳປູເຈຍ. ຫວຽດນາມ ໄດ້ນຳຮູບເງົາເລື່ອງ “ຍາມໃດຈຶ່ງຮອດເດືອນຕຸລາ” ເພື່ອສາຍຢູ່ງານມະໂຫລານຄັ້ງນີ້. ເຖິງວ່າຮູບເງົາມີຫຼາຍເລື່ອງ, ແຕ່ບັນດາຮູບເງົາທີ່ໄດ້ສາຍຢູ່ງານມະໂຫລານມີຈຸດລວມແມ່ນແຕ່ລະເລື່ອງລ້ວນແຕ່ໄດ້ເຕື້ອງເຖິງຂົງເຂດໃນຊີວິດຂອງບັນດາປະເທດສະມາຊິກ ແລະ ໄດ້ຮັບຄວາມນິຍົມ ແລະ ຕີລາຄາສູງຈາກບັນດາຜູ້ຊົມຢູ່ປະເທດເຫຼົ່ານັ້ນ, ນອກນັ້ນ, ຍັງມີຮູບເງົາບາງເລື່ອງໄດ້ຮັບລາງວັນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ