ກຳປູເຈຍສະເໜີໃຫ້ຈີນສືບຕໍ່ປ່ອຍນ້ຳລົງເຂດລຸ່ມແມ່ນ້ຳຂອງ

ກຳປູເຈຍສະເໜີໃຫ້ຈີນສືບຕໍ່ປ່ອຍນ້ຳລົງເຂດລຸ່ມແມ່ນ້ຳຂອງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen
(ພາບ​ປະ​ກອບ: Reuters)


(vovworld) - ວັນ​ທີ 11/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ໃຫ້​ຮູ້​ວ່າ, ປະ​ເທດນີ້​ພວມ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ແຫ້ງ​ແລ້ງ​​ຢ່າງ​ຮ​້າຍ​ແຮງ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ຈີນ ຈະ​ສືບ​ຕໍ່​ປ່ອຍ​ນ້ຳ​ລົງ​​ເຂດລຸ່ມ​ແມ່​ນ້ຳ​ຂ​ອງ. ກ່າວ​ຄຳ​ເຫັນ​ຢູ່​ແຂວງ Prey Veng, ທາງ​ພາກ​ໃຕ້​ກຳ​ປູ​ເຈຍ, ທ່ານ Hun Sen ໃຫ້​ຮູ້​ວ່າ, ຈີນ ໄດ້​ປ່ອຍ​ນຳ​້​ລົງ​ເຂດ​ລຸ່ມ​ແມ່​ນ້ຳ​ຂ​ອງ 2 ຄັ້ງ​ແລ້ວ, ພ້ອມ​ທັງ​ສະ​ເໜີ​ໃຫ້​ປັ​ກ​ກິງ ສືບ​ຕໍ່​ການ​ເຄື່ອນ​ໄຫວນີ້. ຄຽງ​ຂ້າງນັ້ນ, ອີກ​ຄັ້ງ​ໜຶ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Sen ໄດ້​ຮຽກ​ຮ້ອງ​ໃຫ້​ຊາວ​ກະ​ສິ​ກອນ​ ກຳ​ປູ​ເຈຍ ຕ້ອງ​ປະ​ຢັດ​ນ​້ຳ ເມື່ອ​ຄາດ​ວ່າ​ລະ​ດ​ູ​ຝົນ​​ປີນີ້ຈະ​ເລີ່ມ​ແຕ່​ກາງ​ເດືອນ 07, ຍ້ອນ​ປະ​ກົດ​ການ​ El Nino, ໃນ​ຂະ​ນະ​ທີ່​ລະ​ດູ​ຝົນແຕ່​ລະ​ປີ ​ເລີ່ມ​ແຕ່​ເດືອນ 05. ປະ​ຈຸ​ບັນ​, ບາງ​ໜອງ ແລະ ອ່າງ​ເກັບ​ນ້ຳຢູ່​ ກຳ​ປູ​ເຈຍ ​ແມ່ນ​ຖືກ​ບົກ​ແຫ້ງ​ໝົດ​ແລ້ວ.

ຂ່າວ/ບົດ​ອື່ນ