ກຳມາທິການການຕ່າງປະເທດສະພາສູງອາເມລິກາອະພິປາຍກ່ຽວກັບທະເລຕາເວັນອອກ
ເຍີດກິ່ງ, ນັກຂ່າວ vov ປະຈຳ ອາເມລີກາ -  
ຈີນ ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ
ປ່ຽນແປງ
(ພາບ: ກະຊວງການຕ່າງປະເທດ ຟິລິບປິນ)
|
(vovworld) - ວັນທີ 13/5, ບັນດາເຈົ້າໜ້າທີ່ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຝິກ ຂອງກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດອາເມລິກາ ໄດ້ມີການອະພິປາຍຕໍ່ ກຳມາທິການການຕ່າງປະເທດສະພາສູງອາເມລິກາກ່ຽວກັບບັນຫານີ້. ໃນການອະພິປາຍ, ບັນດາສະມາຊິກສະພາສູງອາເມລິກາສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງຈີນປ້ານຄູນບັນດາຫາດຫີນຢູ່ທະເລຕາເວັນອອກດ້ວຍຂະໜາດໃຫຍ່, ພ້ອມທັງຊຸກຍູ້ອຳນາດການປົກຄອງຂອງປະທານາທິບໍດີ Barack Obama ຕ້ອງມີປະຕິກິລິຍາຢ່າງເດັດດຽວກວ່າອີກຕໍ່ການກະທຳດັ່ງກ່າວ.
ໃນວາລະອິພິປາຍນີ້, ຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ David Shear ໃຫ້ຮູ້ວ່າ, ອາເມລິກາພວມ ແລະ ຈະສືບຕໍ່ດຳເນີນບັນດາມາດຕະການເພື່ອຮັກສາຄວາມສະຫງົບປອດໄພ ແລະ ສະຖຽນລະພາບໃນພາກພື້ນ. ຄຽງຂ້າງນັ້ນ, ອາເມລິກາຈະສືບຕໍ່ເພີ່ມທະວີກຳລັງທະຫານໃນພາກພື້ນ, ປັບປຸງການພົວພັນກັບບັນດາພັນທະມິດ ແລະ ຄູ່ຮ່ວມມື, ແລະໜູນຊ່ວຍປະເທດຕ່າງໆເພີ່ມທະວີຄວາມສາມາດປ້ອງກັນຄວາມສະຫງົບຢູ່ທະເລ ແລະ ຄວາມຮັບຮູ້ກ່ຽວກັບຂົງເຂດທະເລ.
“ການສ້າງກຳລັງຄວາມສາມາດໃຫ້ບັນດາຄູ່ຮ່ວມມືສືບຕໍ່ມີບົດບາດສຳຄັນໃນຄວາມມານະພະຍາຍາມຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ໃນພາກພື້ນ. ໜຶ່ງໃນບັນດາຄາດໝາຍສຳຄັນຂອງພວກຂ້າພະເຈົ້າແມ່ນ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ບັນດາຄູ່ຮ່ວມມືສາມາດປະຕິບັດຜົນປະໂຫຍດລວມກັບອາເມລິກາ. ນັ້ນແມ່ນຄາດໝາຍໃນໄລຍະກາງ ແລະ ໄລຍະຍາວ ເຊິ່ງອາເມລິກາພວມປະຕິບັດກັບຫວຽດນາມ ແລະ ມາເລເຊຍ ແລະ ພວກຂ້າພະເຈົ້າກໍ່ຫວັງວ່າຈະເພີ່ມທະວີການພົວພັນຮ່ວມມືກັບອິນໂດເນເຊຍອີກ“
ເຍີດກິ່ງ, ນັກຂ່າວ vov ປະຈຳ ອາເມລີກາ