ກຳລັງຕຳຫຼວດຈົ່ງສຸມກຳລັງ, ເສີມຂະຫຍາຍທ່າແຮງໃນວຽກງານປ້ອງກັນຄວາມສະຫງົບ


  ກຳລັງຕຳຫຼວດຈົ່ງສຸມກຳລັງ, ເສີມຂະຫຍາຍທ່າແຮງໃນວຽກງານປ້ອງກັນຄວາມສະຫງົບ - ảnh 1
ທ່ານລັດ​ຖະ​ມົນ​ຕີ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ເຈີນ​ດ້າຍກວາງ

(vovworld)- ຕອນ​ບ່າຍ​ວັນ​ທີ 24/1, ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ໄດ້​ໂຮມ​ປະ​ຊຸມ, ຕີ​ລາ​ຄາ​ວຽກ​ງານ​ວຽກ​ງານ​ຕໍ່​ສູ້, ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເດືອນ 1/2015 ແລະ ຜັນ​ຂະ​ຫຍາຍ​ວຽກ​ງານ ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຮັບ​ໃຊ້​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນິ້ີ້, ທ່ານລັດ​ຖະ​ມົນ​ຕີ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດໃກ້​ຈະ​ມາ​ເຖິງ, ດັ່ງ​ນັ້ນ ສະ​ພາບ​ການປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຈະ​ສັບ​ສົນ​ກວ່າ, ທ່ານ​ໄດ້​ຮຽກ​ຮ້ອງ​ກຳ​ລັງ​ຕຳຫຼວດ​ຈົ່ງ​ສຸມ​ກຳ​ລັງ, ເສີມ​ຂະ​ຫຍາຍ​ທ່າ​ແຮງສັງ​ລວມ, ເປັນ​ເຈົ້າ​ການ​ສະ​ກັດ​ກັ້ນ​ກົນ​ອຸ​ບາຍ​ຫວັງມ້າງເພ​ທຳ​ລາຍ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ ແລະ ອາດ​​ຊະ​ຍາ​ກຳທຸກ​ປະ​ເພດ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ປະ​ຊາ​ຊົນ​ໄດ້​​ຕ້ອນ​ຮັບບຸນ​ປີ​ໃໝ່​ປະ​ຈຳ​ຊາດຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

ຂ່າວ/ບົດ​ອື່ນ