(vovworld) – ວັນທີ 9/4, ຜູ້ຕາງໜ້າກົມກົງສູນ ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດ ຫວຽດນາມ ພວມສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາອົງການທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ກໍ່ຄືສະຖານທູດ ຫວຽດນາມ ປະຈຳ ເຊີອູນ ແລະ ພຽງຢາງ ຕິດຕາມສະພາບການ ແລະ ກຽມພ້ອມບັນດາມາດຕະການຈຳເປັນເພື່ອປົກປ້ອງຊີວິດ ແລະ ຊັບສົມບັດຂອງພົນລະເມືອງ ຫວຽດນາມ ຢູ່ ສ ເກົາຫຼີ ແລະ ສປປ ເກົາຫຼີ. ຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ກໍ່ມີການພົບປະກັບຜູ້ຕາງໜ້າ ສະຖານທູດ ສ ເກົາຫຼີ ແລະ ສປປ ເກົາຫຼີ ປະຈຳ ຫວຽດນາມ ເພື່ອສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ກັບສະພາບເຄັ່ງຕຶງໃນປະຈຸບັນຢູ່ແຫຼມ ເກົາຫຼີ, ຫວັງວ່າ 2 ຝ່າຍລະຫງັບໃຈ, ມີບັນດາຄວາມມານະພະຍາຍາມ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມ ເກົາຫຼີ, ສະເໜີໃຫ້ ສປປ ເກົາຫຼີ ແລະ ສ ເກົາຫຼີ ນຳໃຊ້ບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງຊີວິດ ແລະ ຊັບສົມບັດຂອງພົນລະເມືອງ ຫວຽດນາມ ຢູ່ທັງ 2 ປະເທດນີ້. ຜູ້ຕາງໜ້າສະຖານທູດ ສປປ ເກົາຫຼີ ຢືນຢັນວ່າ: ສປປ ເກົາຫຼີ ມີຄວາມຮັບຜິດຊອບປົກປ້ອງຊີວິດອີນຊີ, ຊັບສົມບັດຂອງບັນດາອົງການຕາງໜ້າຕ່າງປະເທດ ແລະ ບັນດາອົງການສາກົນຢູ່ ສປປ ເກົາຫຼີ, ໃນນັ້ນມີສະຖານທູດ ຫວຽດນາມ. ຜູ້ຕາງໜ້າສະຖານທູດ ສ ເກົາຫຼີ ໃຫ້ຮູ້ວ່າ, ສ ເກົາຫຼີ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຕາງໜ້າຕ່າງປະເທດ ຢູ່ ສ ເກົາຫຼີ ແລະ ມີບັນດາມາດຕະການທີ່ຈຳເປັນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງປະເທດຕ່າງໆຢູ່ ສ ເກົາຫຼີ.