ຂະບວນການ3ກຽມພ້ອມ:ປະຫວັດສາດແລະຄວາມໝາຍຍຸກສະໄໝ
ກອງປະຊຸມສຳມະນາຖືກຈັດຂຶ້ນໃນຕອນເຊົ້າວັນທີ 22/4
(ພາບ: doanthanhnien.vn)
(vovworld) – ສະເຫຼີມສະຫຼອງ 50 ປີແຫ່ງຂະບວນການ 3 ກຽມພ້ອມ(30/4/1964 – 30/4/2014), ວັນທີ 22/4, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ຈັດຕັ້ງກອງປະຊຸມສຳມະນາ “ຂະບວນການ 3 ກຽມພ້ອມ - ປະຫວັດສາດ ແລະ ຄວາມໝາຍຍຸກສະໄໝ”. ທີ່ ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກປະຫວັດສາດ, ພະນັກງານ, ຄູອາຈານ, ສະມາຊິກຊາວໜຸ່ມຂອງມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ໂອ້ລົມສົນທະນາ, ຕີລາຄາກ່ຽວກັບປະຫວັດສາດ ແລະ ຄວາມໝາຍຍຸກສະໄໝຂອງຂະບວນການ “3 ກຽມພ້ອມ” ຊຶ່ງເລີ່ມຕົ້ນຈາກມະຫາວິທະຍາໄລຄູສອນ ຮ່າໂນ້ຍ. ບັນດາການປະກອບສ່ວນຂອງມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ເວົ້າສະເພາະ ແລະ ນະຄອນ ຮ່າໂນ້ຍ ເວົ້າລວມສຳລັບການລິເລີ່ມ, ຂະຫຍາຍຂະບວນການ “3 ກຽມພ້ອມ” ມີຄຸນຄ່າດ້ານທິດສະດີ, ຕົວຈິງທີ່ເລີກເຊີ່ງສຳລັບຂະບວນການຊາວໜຸ່ມ ຫວຽດນາມ. ນັກຄົ້ນຄວ້າປະຫວັດສາດ ເຢືອງຈຸງກັວກ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຖືວ່ານີ້ແມ່ນເຫດການສຳຄັນຍິ່ງ.ເພາະອາດຈະເວົ້າວ່າໃນປະຫວັດສາດ, ບໍ່ມີຍຸກສະໄໝໃດທີ່ບໍມີບົດບາດຂອງຊາວໜຸ່ມ. ດັ່ງນັ້ນພວກເຮົາເມື່ອເວົ້າເຖີງຂະບວນການ“3 ກຽມພ້ອມ” ບໍ່ພຽງແຕ່ແມ່ນເວົ້າຄືນເຖີງອະດີດເທົ່ານັ້ນ, ຫາກຍັງເພື່ອໃຫ້ພວກເຮົາວາງບົດບາດຂອງຊາວໜຸ່ມປະຈຸບັນກຽມພ້ອມປະກອບເຫື່ອແຮງເພື່ອຂະບວນການສ້າງສາ ແລະ ພັດທະນາປະເທດຊາດ, ຂະບວນການຫັນປະເທດເປັນທັນສະໄໝ, ຜ່ານບັນດາການເຄື່ອນໄຫວຂອງຂະບວນການຊາວໜຸ່ມ”.