ຂະ​ແໜງ​ຍຸ​ຕິ​ທຳ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ

(VOVWORLD) -   ຕອນເຊົ້າວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຍຸຕິທຳ ປີ 2021, ກຳນົດທິດອາຍຸການ 2021 – 2025.
 ຂະ​ແໜງ​ຍຸ​ຕິ​ທຳ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຂະແໜງຍຸຕິທຳ ທີ່ໄດ້ຜູກມັດຢ່າງແໜ້ນແຟ້ນ ລະຫວ່າງ ການກໍ່ສ້າງ, ປັບປຸງກົດໝາຍໃຫ້ສົມບູນແບບ ກັບການຍົກສູງປະສິດທິພາບ, ປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍ, ຮັບປະກັນສິດທິມະນຸດ ແລະ ສິດ, ຜົນປະໂຫຍດຂອງປະຊາຊົນໄດ້ດີກວ່າເກົ່າ, ຜ່ານນັ້ນ ປະກອບສ່ວນປົກປ້ອງຄວາມຍຸຕິທຳ, ສິດທິມະນຸດ, ສິດພົນລະເມືອງ, ຜົນປະໂຫຍດຂອງປະເທດຊາດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນ.

        ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຖືວ່າ, ລະບົບກົດໝາຍຕ້ອງສ້າງກຳລັງໜູນພັດທະນາປະເທດ, ທ່ານກ່າວວ່າ:

        “ໃນໄລຍະເຕັກໂນໂລຢີພັດທະນາຢ່າງວ່ອງໄວດ້ວຍການປະຕິວັດອຸດສາຫະກຳ ຄັ້ງທີ 4 ນີ້, ກົດໝາຍຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການໃນໄລຍະນີ້ໄດ້, ເພື່ອບໍ່ໃຫ້ລະບອບກົດໝາຍກີດຂວາງການພັດທະນາຂອງປະເທດຊາດ, ຕ້ອງສ້າງເງື່ອນໄຂເພື່ອໃຫ້ຂໍ້ລິເລີ່ມ, ການປະດິດຄິດສ້າງ, ໂຄງການເລີ່ມຕົ້ນທຸລະກິດ ການລົງທະບຽນພັດທະນາຢູ່ພາຍໃນປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ