ຂະແໜງທ່ອງທ່ຽວຫວຽດນາມ ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ສະພາໃຫ້ຄຳປຶກສາດ້ານການທ່ອງທ່ຽວກໍ່ຍົກອອກຂໍ້ສັງເກດວ່າ, ເລື່ອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນຄືແນວໃດ ແມ່ນຕ້ອງອີງໃສ່ໂຄງການສັກວັກຊິນກັນໂຄວິດ-19 ຂອງຫວຽດນາມ ແລະ ບັນດາປະເທດ.
ຂະແໜງທ່ອງທ່ຽວຫວຽດນາມ ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ - ảnh 1(ພາບປະກອບ: TTXVN)

ຂະແໜງທ່ອງທ່ຽວຫວຽດນາມ ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ. ນີ້ແມ່ນຂໍ້ສັງເກດຂອງທ່ານ ຮ່ວາງເຍິນຈິ໊ງ, ຫົວໜ້າຄະນະເລຂາ, ສະພາໃຫ້ຄຳປຶກສາດ້ານການທ່ອງທ່ຽວ (TBA). ຕາມນັ້ນແລ້ວ, ຖ້າສັງເກດສະພາບໂລກລະບາດໂຄວິດ-19 ໃນປະຈຸບັນຢູ່ໃນໂລກ, ຂະແໜງທ່ອງທ່ຽວຫວຽດນາມ ພວມມີຄວາມຫວັງວ່າສາມາດເປີດປະຕູເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ ມາທ່ອງທ່ຽວນັບແຕ່ເດືອນ ກໍລະກົດ 2021, ເຖິງວ່າຕາມທຳມະດາແລ້ວ ລະດູການທ່ອງທ່ຽວສາກົນຢູ່ຫວຽດນາມ ແມ່ນເລີ່ມແຕ່ເດືອນ ຕຸລາ ຂອງແຕ່ລະປີ.

        ເຖິງຢ່າງໃດກໍ່ຕາມ, ສະພາໃຫ້ຄຳປຶກສາດ້ານການທ່ອງທ່ຽວກໍ່ຍົກອອກຂໍ້ສັງເກດວ່າ, ເລື່ອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນຄືແນວໃດ ແມ່ນຕ້ອງອີງໃສ່ໂຄງການສັກວັກຊິນກັນໂຄວິດ-19 ຂອງຫວຽດນາມ ແລະ ບັນດາປະເທດ. ສະພາດັ່ງກ່າວໄດ້ຝາກຈົດໝາຍໄປຍັງທ່ານນາຍົກລັດຖະມົນຕີຫວຽດນາມ, ສະເໜີບັນດາເນື້ອໃນກ່ຽວຂ້ອງເຖິງການເປີດປະຕູການທ່ອງທ່ຽວສາກົນຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ