ຂະແໜງນ້ຳມັນອາຍແກັດ ຫວຽດນາມ ມີຍອດຈຳນວນລາຍຮັບກວມເອົາ 20% ຫາ 25% GDP ຂອງທົ່ວປະເທດ. ປີ 2011 ນີ້ລາຍຮັບຂອງທົ່ວຂະແໜງບັນລຸໄດ້ 34 ຕື້ USD ແລະ ເສຍພາສີກວ່າ 7 ຕື້ USD. ຂະແໜງນ້ຳນັນອາຍແກັດ ຫວຽດນາມ ໄດ້ເປີດກວ້າງການເຄື່ອນໄຫວຢູ່ບັນດາປະເທດຄື: ມາເລເຊຍ, ອານເຢຮີ, ຍີປຸ່ນ, ອາເມລິກາ, ສ.ເກົາຫຼີ ແລະ ອື່ນໆ. ທ່ານ ຫວຽນກວກເຖີບ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນ້ຳມັ້ນອາຍແກັດ ຫວຽດນາມ ໃຫ້ຮູ້ວ່າດ້ວຍຂອບເຂດການເຄື່ອນໄຫວຢູ່ 18 ປະເທດ, ໃນໄລຍະທີຈະມາເຖິງຂະແໜງນ້ຳມັ້ນອາຍແກັດ ຫວຽດນາມ ຈະສືບຕໍ່ເປີດກວ້າງອອກສູ່ບັນດາພາກພື້ນທີ່ມີຄວາມສາມາດບົມຊ້ອນ ແລະ ການລົງທຶນຫຼາຍຮູບແບບກັບຄູ່ຮ່ວມມືໃຫຍ່. ທ່ານ ຫວຽນກວກເຖີບ ເວົ້າວ່າ.
“ ປະຈຸບັນ, ກຸ່ມບໍລິສັດພວມມີ 6 ໂຄງການດ້ວຍຂອບຂະໜາດລົງທຶນປະມານ 3 ຕື້ USD ໃຫ້ແກ່ທ່າກຳປັ່ນ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວດ້ານນຳ້ມັ້ນອາຍແກັດຄື: ເຟື໋ອກອານ, ງີເຊີນ, ເຂດທ່າກຳປັ່ນຂອງໂຮງງານຕໍ່ກຳປັ່ນ ຢູງກວດ, ເຢີນແທກ. ກ່ຽວກັບບັນດາໂຄງການຂະໜາດໜ້ອຍ ແລະ ຫັນເປັນຫຸ້ນສ່ວນ, ປະຈຸບັນມີປະມານ 11 ໂຄງການດ້ວຍຂອບຂະໜາດການລົງທຶນປະມານ 2 ຕື້ USD. ອາດຈະຢືນຢືນໄດ້ວ່າ, ດ້ວຍທ່າແຮງຂອງຕົນ Petro ຫວຽດນາມ ນັບມື້ນັບປັບປຸງທີ່ຕັ້ງບົດບາດແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນສຳລັບບັນດານັກລົງທຶນຕ່າງປະເທດ ” .