ຄວນຫຼຸດຜ່ອນລະບຽບການໃຫ້ພົນລະເມືອງໃນການຈົດທະບຽນສຳມະໂນຄົວ

ຄວນຫຼຸດຜ່ອນລະບຽບການໃຫ້ພົນລະເມືອງໃນການຈົດທະບຽນສຳມະໂນຄົວ - ảnh 1
ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລື ຮ່າງກົດໝາຍສຳມະ​ໂນ​ຄົວ
(ພາບ: baodientuchinhphu)

Vovworld- ​ໂດຍ​ສືບ​ຕໍ່ກອງປະຊຸມຄັ້ງທີ 20, ຕອນບ່າຍວັນທີ 13/8, ພາຍໃຕ້ການເປັນປະທານຂອງ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລື ກ່ຽວກັບ ຮ່າງກົດໝາຍ ວ່າ​ດ້ວຍ ສຳມະ​ໂນ​ຄົວ. ຄຳ​ຄິດ​ເຫັນ​ສ່ວນ​ຫຼາຍ​ຕ່າງກໍ​ຖື​ວ່າ ການ​ສ້າງ​ຮ່າງ​ກົດໝາຍ​ຄວນ​ປະຕິບັດ​ຕາມ​ທິດຫຼຸດ​ຜ່ອນ​ລະບຽບ​ການ​ໃຫ້​ພົນລະ​ເມືອງ​ໃນ​ການ​ຈົດ​ທະບຽນ ​ສຳມະ​ໂນ​ຄົວ. ຕາມ​ຜູ້​ຕາງໜ້າ​ຄະນະ​ຮຽບຮຽງ​ແລ້ວ, ການ​ສ້າງ​ຮ່າງ​ກົດໝາຍວ່າ​ດ້ວຍ ສຳມະ​ໂນ​ຄົວ ​ແມ່ນ​ເພື່ອ​ແນ​ໃສ່​ປະຕິ​ຮູບ​ດ້າຍ​ລະບຽບການ​ບໍລິຫານ​ທີ່​ກ່ຽວຂ້ອງ​ເຖິງ ສຳມະ​ໂນ​ຄົວ​ຕາມ​ທິດ ຫຼຸດ​ຜ່ອນ​ລະບຽບ​ການ​ໃຫ້​ພົນລະ​ເມືອງ​ໃນ​ການ​ຈົດ​ທະບຽນ​ສຳມະ​ໂນ​ຄົວ, ປ່ຽນ​ໃໝ່​ວຽກ​ງານ ​ຈົດ​ທະບຽນ ​ແລະ ຄຸ້ມ​ຄອງ​ສຳມະ​ໂນ​ຄົວຕາມ​ທິດ​ເປ​ັນອາຊີບ,  ທັນ​ສະ​ໄໝ.

     

ຂ່າວ/ບົດ​ອື່ນ