ຄວນອອກໜັງສືຜ່ານແດນເອເລັກໂຕນິກໃຫ້ແກ່ພົນລະເມືອງຫວຽດນາມໂດຍໄວ

(VOVWORLD) -  “ເລື່ອງປະກາດໃຊ້ໜັງສືຜ່ານແດນເອເລັກໂຕນິກ ແມ່່ນເພື່ອແນໃສ່ຮັບປະກັນຄວາມສະຫງົບປອດໄພ...”
ຄວນອອກໜັງສືຜ່ານແດນເອເລັກໂຕນິກໃຫ້ແກ່ພົນລະເມືອງຫວຽດນາມໂດຍໄວ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: quochoi.vn) 

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14, ໃນຕອນເຊົ້າວັນທີີ 12 ມິຖຸນາ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງພົນລະເມືອງຫວຽດນາມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເນັ້ນໜັກເຖິງເລື່ອງປະກາດໃຊ້ກົດໝາຍສະບັບດັ່ງກ່າວ ເພື່ອແນໃສ່່ກໍານົດຢ່າງຄົບຖ້ວນ, ລະອຽດກ່ຽວກັບຂັ້ນຕອນ, ລະບຽບການໃນການຄຸ້ມຄອງການເຂົ້າ-ອອກເມືອງຂອງພົນລະເມືອງຫວຽດນາມ. ພ້ອມທັງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ໝູນໃຊ້ບັນດາຜົນງານດ້ານວິທະຍາສາດ, ເຕັກໂນໂລຢີເຂົ້າໃນການຄຸ້ມຄອງການເຂົ້າ-ອອກເມືອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງເຂ້ົາກັບສາກົນ. ທ່ານນາງ ຮ່າທິລານ ສະມາຊິກສະພາແຫ່ງຊາດແຂວງບັກຢາງ, ຖືວ່າ:

        “ເລື່ອງປະກາດໃຊ້ໜັງສືຜ່ານແດນເອເລັກໂຕນິກ ແມ່່ນເພື່ອແນໃສ່ຮັບປະກັນຄວາມສະຫງົບປອດໄພ. ດ້ານອື່ນ, ໃນໜັງສືຜ່ານແດນເອເລັກໂຕນິກ ໄດ້ສະສົມບັນດາເອກະສານທັງໝົດກ່ຽວກັບຍາດຕິພີ່ນ້ອງ ແລະ ລັກສະນະພິເສດເພື່ອກວດພິສູດບຸກຄົນ ທີ່ອາດຈະປ່ຽນແທນໃຫ້ໜັງສືປະຈໍາຕົວໄດ້. ໄປຄຽງຄູ່່ກັນນັ້ນ, ກໍຊ່ວຍການຄວບຄຸມການແຈ້ງໜັງສືເຂົ້າອອກ - ເມືອງຢູ່ດ່ານຊາຍແດນໄດ້ຢ່າງວ່ອງໄວ ແລະ ຊັດເຈນກວ່າ”.

        ກ່ອນໜ້ານັ້ນ, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານໝາກຜົນການປຶກສາຫາລືຄະນະ ກ່ຽວກັບການໃຫ້ສັດຕະຍາບັນການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ ແລະ ຮັບຟັງການຄາດຄະເນບັນຊີລາຍຊື່ສະມາຊິກ ຂອງຄະນະນັບບັດ. 

ຕອບກັບ

ຂ່າວ/ບົດ​ອື່ນ