(vovworld) – ຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ກຸ່ມຕະຫຼາດລວມອາເມລິກາໃຕ້ - ນີ້ແມ່ນຄຳຢືນຢັນຂອງທ່ານ Rodolfo Caffaro Kramer, ປະທານຫ້ອງການການຄ້າ ກຸ່ມຕະຫຼາດລວມອາເມລິກາໃຕ້ (Mercosur) - ອາຊຽນ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ສິງກະໂປ ແລະ ອິນໂດເນເຊຍ ໃນລະຫວ່າງວັນທີ 10 -23/10. ຕາມທ່ານ Rodolfo Caffaro Kramer ແລ້ວ, ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ Mercosur ໄດ້ພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ. 2 ຝ່າຍຍັງມີຄວາມສາມາດຫຼາຍຢ່າງເພື່ອເປີດກ້ວາງການຮ່ວມມືໃນຂົງເຂດອື່ນ, ໃນນັ້ນມີຂະແໜງອຸດສາຫະກຳເຫຼົ້າແວງ.
ເມື່ອແບ່ງປັນທັດສະນະກ່ຽວກັບຜົນກະທົບຂອງການສ້າງຕັ້ງປະຊາຄົມ ອາຊຽນ ສຳລັບ ກຸ່ມຕະຫຼາດລວມອາເມລິກາໃຕ້, ທ່ານ Kramer ຖືວ່າ: ນີ້ແມ່ນສິ່ງທີ່ສະດວກສຳລັບ Mercosur, ພິເສດແມ່ນໃນຂົງເຂດການລົງທຶນ. ຕາມທ່ານ Kramer ແລ້ວ, ການຫັນການຄ້າ, ການລົງທຶນ ແລະ ບໍລິການເປັນເສລີ, ກໍ່ຄືການຫັນບັນດາລະບຽບການບໍລິຫານ ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ເປັນງ່າຍດາຍ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ ອາເມລິກາໃຕ້ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປະຢັດເວລາ ແລະ ເງິນຄຳໄດ້ຫຼາຍ.