ຄວາມເຄັ່ງຕຶງດ້ານການທູດລະຫວ່າງ ອີຢິບ ແລະ ອາຣັບ ເອມີເຮັດ ຢູໄນເຕັດ

ຄວາມເຄັ່ງຕຶງດ້ານການທູດລະຫວ່າງ ອີຢິບ ແລະ ອາຣັບ ເອມີເຮັດ ຢູໄນເຕັດ  - ảnh 1
ກະຊວງ​ການ​ຕ່າງປະ​ເທດ ອີ​ຢິບ ໄດ້​ຮຽກ​ຕົວ​ອຸປະ​ທູດ​ຊົ່ວຄາວ UAE ມາ​ເພື່ອ​ຄັດຄ້ານ​ເລື່ອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້​ຈັດ​ຕົວ​ພົນລະ​ເມືອງ ອາຣັບ 11 ຄົນ
(ພາບ: gola.vn)

(vovworld) – ​ໃນ​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 3/ 4, ກະຊວງ​ການ​ຕ່າງປະ​ເທດ ອີ​ຢິບ ໃຫ້​ຮູ້​ວ່າ: ​ໄດ້​ຮຽກຕົວ​ອຸປະ​ທູດ​ຊົ່ວຄາວ ອາ​ຣັບ ​ເອມີ​ເຮັດ ຢູ​ໄນ​ເຕັດ (ຫຼື UAE) ມາ​ເພື່ອ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດ​ຂອງ ຕາ​ເວັນ​ອອກ​ກາງ​ ຈັບ​ຕົວ​ພົນລະ​ເມືອງ ອາຣັບ 11 ຄົນ ​ໂດຍ​ສົງ​ໄສ​ວ່າ: ​ໄດ້​ຝຶກ​ແອບ​ໃຫ້​ບັນດາ​ມື​ປືນ ອິດສະ​ລາມ​ຫົວ​ຮຸນ​ແຮງ ​ເພ່ືອ​ແນ​ໃສ່​​ໂຄ້ນລົ້ມ​ບັນດາ​ລັດຖະບານ. ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ອີ​ຢິບ ຮັບຜິດຊອບ​ບັນດາ​ບັນຫາກກົງ​ສູນ Ali el – Ashiry ​ໄດ້​ຮຽກ​ຕົວ  UAE Ahmed al – Menhaly ​ມາ ແລະ ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຜູ້ນີ້ “ລາຍ​ງານ​ໃຫ້​ເຈົ້າ​ໜ້າ​ທີ່ UAE ຊາບ ກ່ຽວ​ກັບ​ຄວາ​ມວິຕົກ​ກັງ​ວົນຂອງ ອີ​ຢິບ ພ້ອມ​ກັບ​ເລື່ອງ​ສິ້ນ​ສຸດ​ການ​ສືບ​ສວນ​ບັນ​ດາ​ພົນລະ​ເມືອງ ອີ​ຢິບ ຖືກ​ຈັບ​ຕົວ​ໂດຍ​ໄວ”

ຂ່າວ/ບົດ​ອື່ນ