ຄວາມເຄ່ັງຕຶງໃໝ່ພາຍຫຼັງການເລືອກຕັ້ງປະທານາທິບໍດີອາບການິດສະຖານ

ຄວາມເຄ່ັງຕຶງໃໝ່ພາຍຫຼັງການເລືອກຕັ້ງປະທານາທິບໍດີອາບການິດສະຖານ - ảnh 1
ທ່ານ Abdullah Abdullah

(vovworld) – ວັນ​ທີ 18/6, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ເລ​ືອກຕັ້ງ​ຮອບ​ທີ 2 ຂອງ​ອາບ​ກາ​ນິດ​ສະຖານ, ທ່ານ Abdullah Abdullah ຮຽກຮ້ອງ​ໃຫ້​ຢຸດຕິ​ວຽກ​ງານນັບ​ບັດ​ຍ້ອນ​ສົງ​ໄສ​ມີ​ການ​ສໍ້​ໂກງ. ການ​ກະທຳ​ນີ້​ໄດ້​​ເຮັດ​ໃຫ້​ເກີດ​ວິ​ກິດ​ການ​ການ​ເມືອງ​ໃນ​ສະພາບ​ການ​ ອາບ​ກາ​ນິດ​ສະຖານ ພວມ​ຜ່ານ​ຜ່າ​ໄລຍະ​ມອບ​ໂອນ​ສິດ​ອຳນາດ​ປະຊາທິປະ​ໄຕ​ທຳ​ອິດ​ຂອງ​ປະ​ເທດ​ນີ້​ນັບ​ແຕ່​ເມື່ອ​ອຳນາດ​ການ​ປົກຄອງ​ຂອງ ຕາ​ລີ​ບານ ​ຖືກ​ໂຄ່​ນລົ້ມ​ໃນ​ປີ 2001.

        ວົງ​ການ​ນັກ​ໄຈ​້​ແຍກຮັບ​ຮູ້​ການ​ກະທຳ​ນີ້​ຂອງ​ທ່ານ Abdullah ​ເຮັດ​ໃຫ້​ເພີ່​ມທະວີການ​ຖົກ​ຖຽງ​ກັນ​, ອາດ​ຈະ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່ ອາບ​ກາ​ນິດ​ສະຖານ ​ໃນ​ສະພາບ​ກຳລັງ​ທະຫານ​ຂຶ້ນ​ກັບ​ອົງການ ນາ​ໂຕ ​ໂດຍ ອ​າ​ເມ​ລິ​ກາ ນຳ​ໜ້າ​ກະກຽ​ມຖອນ​ອອກ​ຈາກປະ​ເທດ​ນີ້​ໃນ​ທ້າຍ​ປີ​ນີ້. ຄາດ​ວ່າ, ໝາກຜົນ​ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ຈະ​​ຮັບ​ການ​ປະກາດ​ໃນ​ວັນ​ທີ 2/7 ​ແລະ ໝາກຜົນ​ສຸດ​ທ້າຍ​ຈະ​ຮັບ​ການ​ປະ​ກາດ​ໃນ​ວັນ​ທີ 22/7.


ຂ່າວ/ບົດ​ອື່ນ