ຄະນະນັກສິລະປິນແຫ່ງຊາດລາວສະແດງສິລະປະຢູ່ແຂວງເຫົ້າຢາງ

ຄະນະນັກສິລະປິນແຫ່ງຊາດລາວສະແດງສິລະປະຢູ່ແຂວງເຫົ້າຢາງ - ảnh 1
(ພາບ: Duy Khương/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 4/12, ຄະ​ນະ​ນັກ​ສິ​ລະ​ປິນ​ແຫ່ງ​ຊາດ ລາວ ມີ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ນະ​ຄອນ ວິ​ແທງ, ແຂ​ວງ ເຫົ້າ​ຢາງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ລາວ ຢູ່ ຫວຽດ​ນາມ, ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ສ​ປ​ປ ລາວ ແລະ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ສົມ​ທົບ​ກັນ​ປະ​ຕິ​ບັດ, ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ປະ​ເທດ ສປ​ປ ລາວ ກໍ່​ຄື​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ, ສິ​ລະ​ປະ ແລະ ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ - ລາວ. ຄະ​ນະ​ນັກ​ສິ​ລະ​ປິນ ລາວ ສະ​ແດງ​ບັນ​ດາ​ບົດ​ເພງ​ພື້ນ​ເມືອງ, ວາດ​ຟ້ອນ​ພື້ນ​ເມືອງ, ບັນ​ດາ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ ແລະ ຊຸດ​ອາ​ພອນ​ຊົນ​ເຜົ່າ​ລາວ. ຄ່ຳ​ຄືນ​ສະ​ແດງ​ສິ​ລະ​ປະ​ຊ່ວຍ​ໃຫ້​ປະ​ຊາ​ຊົນ ເຫົ້າ​ຢາງ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​, ວິ​ຖີ​ຊີ​ວິດ, ​ການ​ນຸ່ງ​ຖື​ຂອງ​ປະ​ຊາ​ຊົນ ລາວ ​ທັງ​ນີ້ກໍ່​ສະ​ແດງ​ບັນ​ດາ​ນ້ຳ​ໃຈ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ -ລາວ.

 

 

 


ຂ່າວ/ບົດ​ອື່ນ