ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ) - ảnh 1
ພາບປະກອບ

(vovworld) – ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 19, ຕອນ​ເຊົ້າ​ວັນ​ທີ 11/7, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ, ​ເຊິ່ງຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ປະຕິບັດ​ການ​ປະ​ຢັດ, ຕ້ານ​ການ​ຟູມ​ເຟືອຍ.

ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ປະມູນ (ສະບັບ​ປັບປຸງ), ບັນດາ​ສະມາຊິກຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ​ໄດ້​ເຫັນ​ດີ​ພຽງ​ແຕ່​ກຳນົດ​ອັດຕາ 30% ​ແມ່ນ​ມີ​ທຶນ​ຂອງ​ລັດ​ໃນ​ບັນດາ​ໂຄງການ​ປະມູນ. ບັນດາ​ສະມາຊິກ​ໃນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ກໍ່​ຖື​ວ່າ​ເລື່ອງ​ເລືອກ​ເຟັ້ນນັກ​ປະມູນ, ຄວນ​ກຳນົດ​ຢ່າງ​ລະອຽດ​ໃນ​ກົດໝາຍ, ພ້ອມ​ທັງ​ມອບ​ໃຫ້​ລັດຖະບານ​ກຳນົດ​ລາຍ​ລະອຽດ​ກວ່າ ​ເພື່ອ​ຮັບປະກັນ​ເລືອກ​ເຟັ້ນນັກ​ປະມູນ​ທີ່​ມີ​ເງື່ອນ​ໄຂ​, ຄວາມ​ສາມາດຢ່າງ​ພຽງພໍ​ເປັນ​ນັກ​ປະມູນ.

​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ປະຕິບັດ​ການ​ປະ​ຢັດ, ຕ້ານ​ການ​ຟູມ​ເຟືອຍ. ບາງ​ຄຳ​ເຫັນ​ຖື​ວ່າ ຄວນ​ເພີ່ມ​ເຕີມ, ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ກົນ​ໄກ, ວິທີ​ຕິດຕາມ​ກວດກາ​ຂອງ​ແຕ່ລະ​ເປົ້າ​ໝາຍ, ຮັບປະກັນ​ສິດ​ຕິດຕາມ​ກວດກາ​ຂອງ​ພົນລະ​ເມືອງ, ​ແກ້​ໄຂ​ກໍລະນີ​ຟຸມ​ເຟືອຍ​ທີ່​ຄົ້ນ​ພົບ.

 

ຂ່າວ/ບົດ​ອື່ນ