ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍຕ້ອນຮັບພົນລະເມືອງ

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍຕ້ອນຮັບພົນລະເມືອງ - ảnh 1
(ພາບປະກອບ)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 16 ກັນຍາ, ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ຕ້ອນຮັບ​ພົນລະ​ເມືອງ. ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ. ທີ່​ການ​ເຮັດ​ວຽກ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຊື່​ເອີ້ນ​ຂອງ​ຮ່າງ​ກົດໝາຍ​ດັ່ງກ່າວ, ສຳນັກງານ​ຕ້ອນຮັບ​ພົນລະ​ເມືອງ, ບັນດາຂັ້ນຕອນໃນ​ການ​ຕ້ອນຮັບ​ພົນລະ​ເມືອງ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້ນຳ​​ບັນດາ​ອົງການ​ຕ້ອນຮັບ​ພົນລະ​ເມືອງ, ກໍ່​ຄື​ການ​ພົວພັນ​ຂອງ​ຮ່າງ​ກົດໝາຍ​ນີ້ ກັບ​ບັນດາ​ກົດໝາຍ​ພວມ​ປະກາດ​ໃຊ້. ກ່ຽວ​ກັບ​ຊື່​ເອີ້ນ​ຂອງ​ຮ່າງ​ກົດໝາຍ, ຫຼາຍ​ຄຳ​ເຫັນ​ໄດ້​ຖື​ວ່າຮັກສາ​ຊື່​ເອີ້ນ​ແມ່ນ “ກົດໝາຍ​ຕ້ອນຮັບ​ພົນລະ​ເມືອງ”. ກ່ຽວ​ກັບ​ເນື້ອ​ໃນຂອງ​ສຳນັກງານ​ຕ້ອນຮັບ​ພົນລະ​ເມືອງ, ມີ​ຄຳ​ເຫັນ​ຖື​ວ່າ ສຳນັກງານ​ນີ້​ຕ້ອງ​ມີ​ກາ​ປະທັບ ຕ່າງ​ຫາກ ​ເພື່ອ​ຢັ້ງຢືນ​ລັກສະນະ​ກົດໝາຍ; ແລະ ຍັງມີບາງຄຳເຫັນຖືວ່າ: ສຳນັກງານແຫ່ງນີ້ພຽງແຕ່ບ່ອນຮັບ, ​ຈັດປະເພດ ​ແລະ ຕອບ​ບັນດາ​ເອກະສານ, ຈົດໝາຍ ກໍ່ຄືມີໜ້າທີ່​ຊຸກຍູ້​ບັນດາ​ອົງການ, ກະຊວງໃຫ້ຄຳ ຕອບ​ບັນດາຈົດໝາຍ​ຂອງ​ພົນລະ​ເມືອງ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກຄັ້ງ​ທີ 132 ​(IPU -132) ຢູ່​ຫວຽດນາມ ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ