ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍແຮງງານ ແລະ ຮ່າງກົດໝາຍວ່າດ້ວຍລາຄາ

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍແຮງງານ ແລະ ຮ່າງກົດໝາຍວ່າດ້ວຍລາຄາ - ảnh 1
(ພາບ: TTXVN)
ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 4, ວັນ​ທີ 15/12 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ​​ໄດ້​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລາຄາ. ຮ່າງ​ກົດໝາຍ 2 ສະບັບ​ນີ້ ​ໄດ້​ປຶກສາ​ຫາລື​ຢູ່​ຕາມ​ໜ່ວຍ​ທີ່ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 2 ສະພາ​ແຫ່ງ​ຊາດ​ຫວຍຽດນາມ​ຊຸດ​ທີ 13. ​ສະມາ​ຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ບັນດາ​ບັນຫາ​​ປັບປຸງ, ​ເພີ່ມ​ເຕີ່​ມ ​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັບປຸງ).

ເມື່ອປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລາຄາ, ຍັງ​ມີ​ຫຼາຍ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ກອງ​ທຶນ​ຮັບປະກັນ​ລາຄາ​ໃຫ້​​ເປັນ​ປົກກະຕິ. ຕາມ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດິງ​​ແຫວ້​ແລ້ວ, ບໍ່​ຄວນ​​ໃຊ້​ງົບປະມານ​ແຫ່ງ​ລັດ​ເພື່ອ​ສ້າງ​ກອງ​ທຶນ​ຮັບປະກັນ​ລາຄາ​ໃຫ້​ເປັນ​ປົກກະຕິ. ທ່ານ​ເວົ້າ​ວ່າ:

“ກອງ​ທຶນ​ຮັບປະ​ກັບ​ລາຄາ​ໃຫ້​ເປັນ​ປົກກະຕິ ​ແມ່ນ​ກອງ​ທຶນ​ບໍ່​ນຳ​ໃຊ້​ງົບປະມານ​ແຫ່ງ​ລັດ ​​ແລະ ເມື່ອ​ນຳ​ໃຊ້​ກອງ​ທຶນ​ນີ້ ​ຈະ​ເປັນ​ການ​ຫລຸດຜ່ອນ​ການ​ໃຊ້​ຈາ​ຍ​ເງິນ​ຈາກງົບປະມານ. ຂ້າພະ​ເຈົ້າ​ສະ​ເໜີ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຄວນຊັ່ງຊາ, ໃຫ້​ຄຳ​ເຫັນ​ແມ່ນ​ບໍ່​ຄວນ​ໃຊ້​ງົບປະມານ​ແຫ່ງ​ລັດ​ເພື່ອ​ສ້າງ. ອາດ​ຈະ​ຫັກ​ຈາກ​ລາຄາ​ສິນ​ຄ້າ​ການບໍລິ​ການ, ຫຼື​ຜົນ​ກຳ​ໄລ​ກ່ອນ​ເສຍ​ພາສີ​ອາກອນ​ຂອງ​ວິ​ສາ​ຫະກິດ. ບັນດາ​ມາດ​ຕະການ​ນຳ​ໃຊ້ງົບປະມານ​ເພື່ອ​ຮັບປະກັນ​ລາຄາ​ເປັນ​ປົກກະຕິ​ແມ່ນ​ມີຄຸນ​ປະ​ໂຫຍ​ດຫນ້ອຍ, ມີ​ພຽງແຕ່​ບາງວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ຮັບ​ປະກັນ​ລາຄາ​ໃຫ້​ເປັນ​ປົກກະຕິ​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເທົ່າ​ນັ້ນ”

ຂ່າວ/ບົດ​ອື່ນ