ຄະນະປະຈຳສະພາແຫ່ງ ຊາດໃຫ້ຄຳເຫັນກ່ຽວກັບ ຮ່າງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ

ຄະນະປະຈຳສະພາແຫ່ງ ຊາດໃຫ້ຄຳເຫັນກ່ຽວກັບ ຮ່າງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ  - ảnh 1

 (ພາບ: vov.vn )

 (vovworld)- ​​ ຕອນ​ເຊົ້າວັນ​ທີ 19/9,  ​​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າຮ່ວມ​ວາລະ​ປະຊຸມ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ) ​​ໄດ້​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ກຳນົດ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວບ​ຄຸມ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ກ່ຽວ​ກັບ​ການ​ຕີ​ລາຄາ​ການ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ ​ແລະ ​ແຜນການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ທ່ານ​ດ່າວຈ້ອງ​ທີ, ປະທານ​ກຳມາ​ທິການ​ວັດທະນະທຳ, ສຶກສາ​ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ ຖື​ວ່າ: ທຸກໆ​ໂຄງການ​ຕ້ອງ​ມີ​ການ​ຕີ​ລາຄາ​ການ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ ​ແຕ່​ຕ້ອງ​ກຳນົດ​ລະດັບ, ມາດຖານ​ຕາມ​ຂອບ​ຂະໜາດ, ລະດັບ​ຂອງ​ໂຄງການ:

  “ການ​ຕີ​ລາຄາ​ການ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ ສຳລັບ​ໂຄງການ​ລົງທຶນຄວນ​ປະຕິບັດ​ຕາມ 2 ບາດກ້າວ, ນັ້ນ​ແມ່ນຕີ​ລາຄາ​ການ​ກະທົບ​ໂດຍ​ສັງ​ເຂບ ​ແລະ ລະອຽດ. ຖ້າ​ຕີ​ລາຄານັບ​ແຕ່​ຕົ້ນຈະ​ຫລີກ​ເວັ້ນການ​ຟຸມ​ເຟືອຍ. ຂ້າພະ​ເຈົ້າຄິດ​ວ່າ, 2 ບາດກ້າວ​ນັ້ນ​ແມ່ນ​ຈຳ​ເປັນ“.

 

 

ຂ່າວ/ບົດ​ອື່ນ