ຄະນະປະຈຳສະພາ ແຫ່ງຊາດ ຕິດຕາມ ກວດກາການປະຕິ ບັດນະໂຍບາຍ ກ່ຽວກັບຜູ້ມີຄຸນ ງາມຄວາມດີ
ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນເຊົ້າວັນທີ 13/4, ພາຍໃຕ້ການເປັນປະທານຂອງທ່ານນາງຮອງປະທານສະພາແຫ່ງຊາດ Tong Thi Phong, ຄະນະປຳຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນຕໍ່ບົດລາຍງານໝາກຜົນແຫ່ງການຕິດຕາມກວດກາ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ”. ເມື່ອລາຍງານໝາກຜົນການຕິດຕາມກວດກາ, ທ່ານນາງ Truong Thi Mai, ຫົວໜ້າກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ, ຫົວໜ້າຄະນະຕິດຕາມກວດກາໃຫ້ຮູ້ວ່າ: ຂອບເຂດແຫ່ງການຕິດຕາມກວດກາແມ່ນສຸມໃສ່ເຂົ້າໃນການຈັດຕັ້ງ, ປະຕິບັດນະໂຍບາຍກົດໝາຍໃຫ້ບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດນັບແຕ່ປີ 2005 ມາຮອດປະຈຸບັນ. ຜ່ານການຕິຕາມກວດກາກໍເຫັນວ່າ: ພ້ອມກັບການພັດທະນາຂອງປະເທດຊາດ, ບັນດານະໂຍບາຍໃຫ້ບຸລິມະສິດແກ່ຜູ້ມີຄຸນງາມຄວາມດີໄດ້ຮັບການສ້າງສຳເລັດເທື່ອລະກ້າວ, ຮອບດ້ານພໍສົມຄວນ, ກວມເອົາບັນດາເປົ້າໝາຍທີ່ມີຄຸນງາມຄວາມດີ. ເກືອບທັງໝົດຄະນະຕິດຕາມກວດກາກໍ່ໄດ້ສະເໜີຫຼາຍຂໍ້ສະເໜີແນະຕໍ່ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງ..... ເພື່ອແນໃສ່ເພີ່ມທະວີການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຜູ້ມີຄຸນງາມຄວາມດີ, ປະກອບສ່ວນຮັບປະກັນຄວາມຍຸຕິທຳທາງສັງຄົມ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ຜູ້ມີຄຸນງາມຄວາມດີສ້າງຊີວິດການເປັນຢູ່, ສືບຕໍ່ຢືນຢັນບົດບາດໃນວົງຄະນະຍາດສັງຄົມ.