ເກາະ ຊິງໂຕນ (ພາບປະກອບ)
|
(vovworld) – ໂດຍສືບຕໍ່ການຢ້ຽມຢາມ ແລະ ລະດົມໃຈພະນັກງານ, ທະຫານ, ປະຊາຊົນໃນເມືອງເກາະ ເຈື່ອງຊາ, ຕອນເຊົ້າວັນທີ 24/5, ຄະນະປະຕິບັດງານ ໂດຍທ່ານ ມາຍວັນນີງ, ຮອງຫົວໜ້າຄະນະໂຄສະນາສຶກສາຂັ້ນສູນກາງ ນຳໜ້າພ້ອມກັບຜູ້ຕາງໜ້າບາງກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ໄດ້ລົງຢ້ຽມຢາມທະຫານ, ປະຊາຊົນ ໃນເກາະ ຊິງໂຕນ ແລະ ເປີດສະຫຼອງສຳນັກງານເຮັດວຽກແຫ່ງໃໝ່ໃນເກາະ.
ກິດຈະກຳສຳນັກງານເຮັດວຽກໃຫ້ແກ່ພະນັກງານ, ທະຫານ, ປະຊາຊົນເກາະ ຊິງໂຕນ ໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນ 15 ຕື້ດົ່ງໂດຍພະນັກງານ, ລັດຖະກອນຂະແໜງກໍ່ສ້າງອຸປະຖຳ.
ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ການນຳທະຫານເຮືອເຂດ 4 ຕີລາຄາສູງການໜູນຊ່ວຍຂອງພະນັກງານ, ລັດຖະກອນຂະແໜງກໍ່ສ້າງເວົ້າສະເພາະ ແລະ ພໍ່ແມ່ປະຊາຊົນຢູ່ເຂດດິນຕໍ່ແຜ່ນເວົ້າລວມສະຫງວນໃຫ້ແກ່ທະຫານ, ປະຊາຊົນເມືອງເກາະ ເຈື່ອງຊາ. ການຊ່ວຍເຫຼືອອັນລ້ຳຄ່າກ່ຽວກັບດ້ານວັດຖຸ, ຈິດໃຈຂອງປະຊາຊົນໃນທົ່ວປະເທດສະຫງວນໃຫ້ແກ່ ເຈື່ອງຊາ ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ພະນັກງານ, ນັກຮົບ, ປະຊາຊົນໃນເມືອງເກາະ ເຈືອງຊາ ມີພະລັງຊີວິດ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ອຸ່ນອ່ຽນໃຈຕິດພັນກັບທະເລ, ຕິດພັນກັບເກາະເພື່ອປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຂອງປະເທດຊາດເປັນຢ່າງດີ.